ໃນໄລຍະຜ່ານມາ, ລັດຖະບານ ໄດ້ຂຸ້ນຂ້ຽວໃນການແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ເພື່ອນໍາເງິນເຂົ້າງົບປະມານແຫ່ງລັດ, ເຊິ່ງໃນ 6 ເດືອນຕົ້ນປີ 2022 ລັດຖະບານ ສາມາດແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ໄດ້ເກືອບ 21 ພັນຄັນ.

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ຄັ້ງທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ ວ່າ:

ໃນ 6 ເດືອນຕົ້ນປີ 2022, ລັດຖະບານ ໄດ້ແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ ສາມາດແກ້ໄຂແລ້ວທັງໝົດ 20.773 ຄັນ; ໃນນີ້, ລົດໃຫຍ່ 11.016 ຄັນ, ລົດຈັກ 9.757 ຄັນ; ຜ່ານການແກ້ໄຂ ພວກເຮົາສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 314 ຕື້ກີບ.

ໃນ 6 ເດືອນທ້າຍປີນີ້, ລັດຖະບານ ຈະສືບຕໍ່ເກັບພາສີ-ອາກອນຈາກລົດນຳເອົາບໍ່ຖືກຕ້ອງ ແລະ ນຳໃຊ້ລົດບໍ່ຖືກເປົ້າໝາຍ ທີ່ໄດ້ມາແຈ້ງຕໍ່ ຄະນະສະເພາະກິດຂອງສູນກາງ ແລະ ທ້ອງຖິ່ນ ຈຳນວນ 9.698 ຄັນ; ໃນນີ້, ລົດໃຫຍ່ 1.229 ຄັນ, ລົດຈັກ 8.469 ຄັນ, ເຊິ່ງເປັນເງິນທັງໝົດ 77 ຕື້ກີບ ໃຫ້ສໍາເລັດໃນທ້າຍເດືອນມິຖຸນາ 2022 ນີ້.