ຢາເສບຕິດແມ່ນສານກະຕຸ້ນ ຫຼື ລະງັບລະບົບປະສາດ ທີ່ໄດ້ມາຈາກພືດທີ່ໃຫ້ສານເສບຕິດ ຫຼື ຈາກການສັງເຄາະສານເຄມີຕ່າງໆ ເມື່ອເສບເຂົ້າໄປໃນຮ່າງກາຍແລ້ວ ບໍ່ວ່າຈະເປັນການກິນ, ດົມ, ສູບ, ສີດ ຫຼື ດ້ວຍວິທີໃດກໍຕາມ ຈະມີຜົນກະທົບຢ່າງຮ້າຍແຮງຕໍ່ຮ່າງກາຍ, ຈິດປະສາດ ແລະ ມີຄວາມຕ້ອງການເສບໃນປະລິມານທີ່ເພີ່ມຂຶ້ນ.

+ ອົງການອະນາໄມໂລກ ໄດ້ຈັດເປັນ 9 ແຫຼ່ງ ທີ່ມາຂອງຢາເສບຕິດ ຄື:

  1. ປະເພດຝິນ ຫຼື ມັອກຝິ່ນ ລວມທັງຢາມີລິດຄ້າຍຄືຝິ່ນ ເຊັ່ນ: ຝິ່ນ, ມັອກຝິ່ນ, ເຮໂຣອິນ, ເພທິດິນ;
  2. ປະເພດບາບິທູເຣດ ລວມທັງຢາຄ້າຍຄືກັນ ເຊັ່ນ: ເວບບາບິຕານ, ອະໂມບາບິຕານ, ພາຣາດິໄຊ, ເມໂປຣບາເມດ, ໄດອາຊິແພມຄຼໍໄຣ, ອາຊິດອອກໄຊ;
  3. ປະເພດແອລກໍຮໍ ເຊັ່ນ: ເຫຼົ້າປະເພດຕ່າງໆ, ເບຍ, ວີສກີ, ວາຍ, ສາໂທ ແລະອື່ນໆ;
  4. ປະເພດແອັມເຟຕາມິນ ເຊັ່ນ: ແອັມເຟຕາມິນ ແລະ ເດັກແອັມເຟຕາມິນ;
  5. ປະເພດໂຄເຄນ ເຊັ່ນ: ໂຄເຄນ ແລະ ໃບໂຄຄາ;
  6. ປະເພດຄັນຊາ ເຊັ່ນ: ໃບຄັນຊາ ແລະ ຢາງຄັນຊາ;
  7. ປະເພດຄັດສ ເຊັ່ນ: ໃບຄັດສ ແລະ ໃບກະທ່ອມ;
  8. ປະເພດຫຼອນປະສາດ ເຊັ່ນ: ແອລເອສດີ, ດີເອັມທີ, ເມສຄາລິນ, ເມັດມໍນິ່ງໂກລລີ, ຕົ້ນລໍາໂພງ ແລະ ເຫັດບາງຊະນິດ;
  9. ປະເພດອື່ນໆ ເປັນພວກທີ່ບໍ່ສາມາດຈັດເຂົ້າປະເພດໃດໄດ້ ເຊັ່ນ: ທິນເນີ, ນໍ້າມັນແອັດຊັງ, ນໍ້າຢາລ້າງເລັບ, ຢາແກ້ປວດ, ຢາສູບ ແລະອື່ນໆ.

+ ສາເຫດຂອງການຕິດຢາເສບຕິດ ສາມາດແບ່ງເປັນ 3 ປັດໄຈສຳຄັນ ດັ່ງນີ້:

1. ປັດໃຈຄົນ (ຜູ້ເສບຕິດ) ໄດ້ແກ່: ຄວາມຢາກຮູ້, ຢາກລອງ ດ້ວຍຄວາມຄຶກຄະນອງ, ມີຄ່ານິຍົມ ແລະ ຄວາມເຊື່ອທີ່ຜິດ, ຂາດຄວາມລະມັດລະວັງໃນການໃຊ້ຢາຕ່າງໆ, ຂາດທັກສະໃນການດຳລົງຊີວິດທີ່ເໝາະສົມ ເຊັ່ນ: ກັບຄວາມໂສກເສົ້າ, ກັບຄວາມຜິດຫວັງ, ກັບຄວາມດີໃຈເກີນເຫດ, ຂາດຄວາມຮູ້ກ່ຽວກັບຢາເສບຕິດ ພາໃຫ້ຖືກຫຼອກລວງ ແລະ ເຊື່ອໃນການຊັກຈູງຂອງຄົນບໍ່ດີ, ຂາດບຸກຄະລິກກະພາບ ເຊັ່ນ: ຂາດຄວາມຮູ້ສຶກຮັກຕົນເອງ, ບໍ່ເຫັນຄຸນຄ່າ ແລະ ບໍ່ເຄົາລົບຕົນເອງ.

2. ປັດໄຈສິ່ງແວດລ້ອມ ໄດ້ແກ່: ປັດໄຈຈາກຄອບຄົວ, ສະຖານທີ່ຢູ່ອາໄສ, ຊຸມຊົນທີ່ມີຢາເສບຕິດລະບາດຫຼາຍ, ພົບໝູ່ເພື່ອນທີ່ໃຊ້ຢາເສບຕິດ, ພື້ນທີ່ ທີ່ມີຄວາມສ່ຽງສູງ, ບໍ່ມີເວທີສະແດງອອກ ແລະ ສະຖານທີ່ສາທາລະນະ.

3. ປັດໄຈຂອງຢາເສບຕິດ ໄດ້ແກ່: ທຳອິດເຮັດໃຫ້ມີຄວາມກະຕືລືລົ້ນ, ພາຍຫຼັງຕິດຢາແລ້ວຮ່າງກາຍຈະຖືກທຳລາຍ, ຕົ້ນຕໍສະໝອງຈະຖືກທໍາລາຍຢ່າງໜັກ, ບໍ່ສາມາດຄວບຄຸມໂຕເອງໄດ້ ຈຶ່ງກໍ່ໃຫ້ເກີດອາຊະຍະກຳຕ່າງໆຕິດຕາມມາ, ເມື່ອມີບັນຫາບໍ່ຄວນແກ້ບັນຫາດ້ວຍການປະຊົດຊີວິດ ໂດຍການທ່ຽວເດິກ, ຫຼີ້ນກິນ, ມົ້ວສຸມ ແລະອື່ນໆທີ່ມີຄວາມສ່ຽງ.

ການສັງເກດພຶດຕິກຳຜູ້ຕິດຢາເສບຕິດ ແມ່ນຮ່າງກາຍຊຸດໂຊມ, ຜິວໜັງບໍ່ສົດໃສ, ຜິວໜັງຊູບເຫຼືອງ, ປາກດຳ, ຂອບຕາດຳ, ມີລັກສະນະຄືຄົນອົດນອນ, ເປັນຄົນເອົາແຕ່ໃຈຕົນເອງ, ຫງຸດງິດງ່າຍ, ບໍ່ມີເຫດຜົນ, ມັກຂາດຮຽນ, ໜີໂຮງຮຽນ ຫຼື ຂາດວຽກໂດຍບໍ່ມີເຫດຜົນ, ມັກເຂົ້າຫ້ອງນໍ້າດົນໆ, ໄປບ່ອນຫ່າງຈາກສາຍຕາຄົນເພື່ອເສບຢາ, ມີອຸປະກອນເສບຢາປະເພດຕ່າງໆຢູ່ສະເໝີ, ມີອາການມືສັ່ນເຊັນ, ກັດແຂ້ວຕີຫົວໂຕເອງ ຫຼື ເກົາຕົນໂຕ, ໃສ່ເສື້ອແຂນຍາວ ເພື່ອປົກປິດຮອຍສັກຢາ ຫຼື ຮອຍຂູດຂີດຕ່າງໆ, ມີຄວາມກະວົນກະວາຍ, ເວົ້າຈາວົນໄປວຽນມາຈັບປະເດັນບໍ່ໄດ້, ມີພຶດຕິກຳປ່ຽນແປງໄປຈາກເດີມຢ່າງຜິດປົກກະຕິ, ມີອາລົມຮ້າຍຢູ່ຕະຫຼອດ ແລະ ອາການອື່ນໆ.

ການປິ່ນປົວ-ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ໝາຍເຖິງການໃຫ້ຄວາມຊ່ວຍເຫຼືອຜູ້ຕິດຢາເສບຕິດ ເພື່ອໃຫ້ສາມາດປັບປ່ຽນພຶດຕິກຳ, ຫຼຸດຜ່ອນ ແລະ ເລີກຢາເສບຕິດ ໂດຍວິທີການບຳບັດຮັກສາທາງຮ່າງກາຍ, ຈິດໃຈ ແລະ ສັງຄົມ ດ້ວຍວິທີໃຫ້ຄຳປຶກສາ ພ້ອມທັງສົ່ງເສີມໃຫ້ປິ່ນປົວຢູ່ນຳຄອບຄົວ, ຊຸມຊົນ, ສູນບຳບັດຢາເສບຕິດ ແລະ ຄ້າຍຄຸມຂັງດັດສ້າງ. 

  1. ວິທີອອກຢາເສບຕິດດ້ວຍຕົນເອງ ພະຍາຍາມຄວບຄຸມຈິດໃຈຕົນເອງ, ຕ້ອງຮູ້ໄດ້ເຖິງສາເຫດທີ່ພາໃຫ້ຢາກເສບຢານັ້ນ ແລະ ຕ້ອງຄວບຄຸມຕົນເອງໃຫ້ໄດ້.
  2. ຫາກມີອາການຢາກເສບຢາ ໃຫ້ຢຸດຄິດທັນທີ” ແລ້ວໃຊ້ການຈິນຕະນາການນຶກເຖິງເລື່ອງດີໆ ທີ່ເຮັດໃຫ້ຕົນເອງມີຄວາມສຸກແທນການຄິດຢາກເສບຢານັ້ນ.
  3. ປ່ຽນພຶດຕິກຳ ໂດຍຫັນໄປເຮັດກິດຈະກຳຕ່າງໆ ເພື່ອໄດ້ໃຊ້ສະມາທິກັບວຽກນັ້ນ ເຊັ່ນ: ເຮັດວຽກເຮືອນ, ຫຼີ້ນກິລາ, ຟັງເພງ, ທ່ອງທ່ຽວ ແລະອື່ນໆ.
  4. ເອົາຢາງຢືດຄ້ອງໄວ້ແຂນ ຫາກຄິດເຖິງຢາຍາມໃດໃຫ້ດີດຢາງແຮງໆ ແລະ ບອກຕົນເອງວ່າ ”ບໍ່” ເພື່ອເຕືອນຕົນເອງໃຫ້ຢຸດຄວາມຄິດນັ້ນທັນທີ.
  5. ສວດມົນ, ນັ່ງສະມາທິໃຫ້ຈິດໃຈສະຫງົບ, ສຸມສະມາທິໄປທີ່ລົມຫາຍໃຈເຂົ້າ-ອອກ ເພື່ອພະຍາຍາມຄວບຄຸມຕົນເອງ.
  6. ຝຶກໃຫ້ຕົນເອງຜ່ອນຄາຍ ດ້ວຍການສູດລົມຫາຍໃຈເຂົ້າເລິກໆໃຫ້ເຕັມປອດ ແລ້ວຫາຍໃຈອອກຊ້າໆ ຈົນຮູ້ສຶກຜ່ອນຄາຍ, ເມື່ອໃຈສະຫງົບວ່າງເປົ່າ ກໍຈະອອກຈາກຢາເສບຕິດໄດ້ງ່າຍຂຶ້ນ.
  7. ໂທລະສັບຫາຜູ້ທີ່ໃຫ້ຄຳປຶກສາໄດ້ ຫຼື ຜູ້ທີ່ເຮົາໄວ້ເນື້ອເຊື່ອໃຈ ເພື່ອປຶກສາຫາທາງອອກໂດຍດ່ວນ (ໂຮງໝໍຊຸມຊົນທຸກແຫ່ງ).