ກອງບັນຊາການ ປກສ ເມືອງກັວນ ແຂວງຫົວພັນ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂຕາມກົດໝາຍໄດ້ກໍານົດໄວ້ ໃນວັນທີ 13 ມິຖຸນາ 2022, ເປັນປະທານ ແລະ ປະດັບຊັ້ນໂດຍ ພັຕ ສັງທອງ ເຄືອຄຸນນະທໍາ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງກັວນ, ມີບັນດາຄະນະພັກ-ຄະນະບັນຊາ ຕະຫຼອດຮອດນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ໃນພິທີ, ພັທ ພູທິບພະກອນ ສຸຂະວົງ ຫົວໜ້າພະແນກການເມືອງ ກອງບັນຊາການ ປກສ ເມືອງກັວນ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 1 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 2 ສະຫາຍ
  • ສິບເອກ ຂຶ້ນ ວາທີ 1 ສະຫາຍ
  • ດັດແປງຊັ້ນ ສິບໂທ ຂຶ້ນເປັນ ວາທີ 1 ສະຫາຍ

ພັຕ ສັງທອງ ເຄືອຄຸນນະທໍາ ໄດ້ກ່າວສະແດງຄວາມຍ້ອງຍໍເຊີຍຕໍ່ກັບບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງຊີ້ນໍາໃຫ້ສືບຕໍ່ຝຶກຜົນຫຼ່ໍຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຮູ້ຈໍາແນກມິດ ແລະ ສັດຕູ, ເພີ່ມທະວີຕໍ່ໜ້າທີ່ວຽກງານວິຊາສະເພາະ, ຕີຖອຍບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ໃນສັງຄົມ, ມີຄວາມໂປ່ງໃສຊື່ສັດບໍລິສຸດ, ມີຄວາມຮັບຜິດຊອບສູງເປັນແບບຢ່າງໃຫ້ແກ່ພະນັກງານ-ນັກຮົບພາຍໃນກໍາລັງ, ເພີ່ມຄວາມສາມັກຄີທັງພາຍໃນ ແລະ ພາຍນອກ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໃຫ້ມີຄວາມໜັກແໜ້ນ ແລະ ກາຍເປັນມິດທີ່ດີຕະຫຼອດໄປ.