ການແກ້ໄຂບັນຫາຢາເສບຕິດແມ່ນການສຸມທຸກກໍາລັງແຮງສັງເຂົ້າໃສ່ ແລະ ການຖືເປັນວຽກງານເປັນສໍາຄັນ, ຈໍາເປັນ, ຮີບດ່ວນ ຂອງຊາດທີ່ສະສົມມາຫຼາຍປີໃຫ້ຫຼຸດລົງຢ່າງຈະແຈ້ງໃນເວລາກໍານົດທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ; ພ້ອມນີ້, ຍັງໄດ້ເຜີຍແຜ່ມະຕິຂອງສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ.

ເມືອງຍົມມະລາດ ແຂວງຄໍາມ່ວນ ເປັນອີກເມືອງໜຶ່ງທີ່ຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວຢ່າງແຂງແຮງ ໂດຍຕອນເຊົ້າວັນທີ 14 ມິຖຸນາ 2022 ນີ້, ໄດ້ເປີດກອງປະຊຸມສະຫຼຸບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 6 ເດືອນຕົ້ນປີ 2022 ແລະ ວາງທິດທາງແຜນການທ້າຍ ປີ 2022 ໃນທົ່ວເມືອງຍົມມະລາດ, ໂດຍການເປັນປະທານຂອງ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຍົມມະລາດ, ມີບັນດາທ່ານກຳມະການພັກແຂວງ, ເມືອງ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ, ເມືອງ, ກອງເລຂາຂະແໜງ ການອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຍົມມະລາດ, ໄດ້ຜ່ານຮ່າງບົດສະຫຼຸບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ແລະ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄນໄລຍະ 6 ເດືອນຕົ້ນປີ 2022 ແລະ ວາງທິດທາງແຜນການທ້າຍ ປີ 2022 ໃນທົ່ວເມືອງຍົມມະລາຕີລາຄາຄືນການຈັດຕັ້ງປະຕິບັດວຽກງານແຕ່ລະໜ້າວຽກ, ເຊິ່ງໃນ ທົ່ວເມືອງຍົມມະລາດ ໄດ້ຖືເອົາ 2 ວາລະແຫ່ງຊາດເປັນບູລິມະສິດ ທີ່ສຳຄັນຂອງເມືອງ ເພື່ອເຮັດໃຫ້ເມືອງຍົມມະລາດເຂັ້ມແຂງທາງດ້ານເສດຖະກິດການເງິນ ແລະ ມີຄວາມສະຖຽລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບປອດໄພ; ດັ່ງນັ້ນ, ທາງເມືອງໄດ້ສຸ່ມໃສ່ຈັດຕັ້ງປະຕິບັດຕາມບາດກ້າວ, ຂັ້ນຕອນຂອງວາລະແຫ່ງຊາດ ຈຶ່ງສາມາດຍາດໄດ້ຜົນງານດ້ານດີ, ຜົນສໍາເລັດຫຼາຍດ້ານ; ໃນນັ້ນ, ແມ່ນໄດ້ເລັ່ງໃສ່ບັນຫາການ ແກ້ໄຂບັນຫາຢາເສບຕິດຢ່າງຕັ້ງໜ້າ ໂດຍຖືເອົາການລົງໂຄສະນາເຜີຍ ແຜ່ລະບຽບກົດໝາຍ ແລະ ຜົນ ຮ້າຍຂອງຢາເສບຕິດ ໃຫ້ພະນັກ ງານ, ນັກຮຽນ, ນັກສືກສາຕະຫຼອດ ຮອດປະຊາຊົນທົ່ວເມືອງ ຍົມມະ ລາດໄດ້ 46 ບ້ານ, 2 ກົມກອງ ແລະ 5 ໂຮງຮຽນສາມັນສຶກສາ ມີຈຳນວນຄົນເຂົ້າຮ່ວມທັງໝົດ 7.938 ຄົນ ຍິງ 3.491 ຄົນ, ນອກນັ້ນ ຍັງໄດ້ຂຶ້ນບັນຊີເປົ້າ ໝາຍ ແລະ ສຶກສາອົບຮົມໃຫ້ ແກ່ຜູ້ທີ່ຖືກເຄາະຮ້າຍຈາກຢາ ເສບຕິດ ໄດ້ 4 ຄັ້ງໃນ 5 ກຸ່ມບ້ານ ມີເຊິ່ງມີຈຳນວນ 599 ຄົນ ຍິງ 15 ຄົນ, ມ້າງຄະດີຢາເສບຕິດໄດ້ 32 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 50 ຄົນ ຍິງ 6 ຄົນ, ຢຶດຂອງກາງຢາບ້າໄດ້ 2.258 ເມັດ,ຢາໄອສ໌ 2 ຖົງນ້ອຍ ໂທລະສັບ 4 ໜ່ວຍ ແລະ ເງິນກີບ ຈຳນວນ 2.370.000 ກີບ;ຈາກ ນັ້ນ ກອງປະຊຸມກໄດ້ປະກອບຄຳ ຄິດຄຳເຫັນຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ວາງທິດທາງ ແຜນການທີ່ຕ້ອງໄດ້ນໍາຈັດຕັ້ງປະຕິບັດໃນຕໍ່ໜ້າເມືອງຍົມມະລາດ ຈະໄດ້ສຸມໃສ່ບັນຫາທີ່ສຳຄັນຄືສືບຕໍ່ຫັນເອົາແຜນວຽກທີ່ຍັງບໍ່ທັນຈັດຕັ້ງປະຕິບັດໄປຈັດຕັ້ງປະຕິບັດໃຫ້ສຳເລັດ, ຕິດຕາມເປົ້າໝາຍຖືກ ສຶກສາອົບຮົມຮອບທີ່ໜຶ່ງມາກວດຫາສານເສບຕິດຄືນໄໝ່ເພື່ອຕິດຕາມຕໍ່ໄປໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນຕອນທ້າຍກອງປະຊຸມ, ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ໄດ້ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ ຕະຫຼອດຮອດພໍ່-ແມ່ປະຊາຊົນບັນດາເຜົ່າສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິ ບັດແກ້ໄຂ 2 ວາລະແຫ່ງຊາດຢ່າງເຂັ້ມງວດ, ເຂັ້ມແຂງ ແລະ ຈິງຈັງ, ສືບຕໍ່ໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ຕ້ານ ແລະ ປາບປາມຜູ້ກະທຳຜິດຄ້າຂາຍຢາເສບຕິດ, ເພີ່ມທະວີຮ່ວມມືປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ ເພື່ອພ້ອມກັນສະກັດກັ້ນແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.