ການກໍ່ສ້າງລົດໄຟລາວ-ຈີນ ໄດ້ສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ, ລົດໄຟດັ່ງກ່າວໄດ້ກາຍເປັນ ບາດກ້າວໃໝ່ຂອງ ສປປ ລາວ ໃນການຄົມມະນາ ຄົມຂົນສົ່ງບົນທາງລາງ ທັງເປັນການປົດລັອກມີທາງອອກສູ່ທະເລ; ແຕ່ຜົນສໍາເລັດດັ່ງກ່າວ ຍັງບໍ່ ທັນລາບລື່ນເທົ່າທີ່ຄວນ ຍ້ອນວຽກງານຊົດເຊີຍຜົນກະທົບໃຫ້ປະຊາຊົນຍັງບໍ່ທັນຂາດຕົວ ຈໍານວນ 1.000 ກວ່າຄອບຄົວ ເປັນມູນຄ່າ 279,98 ຕື້ກີບ (ເທົ່າກັບ 16,32%).

ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສສຊ ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ວ່າ: ກ່ຽວກັບການແກ້ໄຂຊົດເຊີຍຜົນກະທົບຈາກທາງລົດໄຟລາວ-ຈີນ ໂດຍທ່ານ ໄດ້ຊີ້ແຈງວ່າ ການແກ້ໄຂຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຈາກທາງລົດໄຟລາວ-ຈີນ ແມ່ນບັນຫາທີ່ລັດຖະບານໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ. ໃນນັ້ນ, ມີ 2 ໜ້າວຽກ ຄື: ວຽກໄກ່ເກ່ຍ-ຊົດເຊີຍ ໃຫ້ຜູ້ຖືກຜົນກະທົບຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໃນ 4 ແຂວງ ແລະ ນະຄອນຫຼວງວຽງຈັນ ຕາມການສັງລວມຮອດທ້າຍປີ 2021 ມີທັງໝົດ 6.333 ຄອບຄົວ/ຕອນ ເປັນມູນຄ່າ 1.716,09 ຕື້ກີບ, ໄດ້ຮັບການຊົດເຊີຍແລ້ວ 5.272 ຄອບ ຄົວ/ຕອນ ເປັນມູນຄ່າ 1.436,11 ຕື້ກີບ (ເທົ່າກັບ 83,68%) ແລະ ຍັງບໍ່ທັນໄດ້ຮັບການຊົດເຊີຍ 1.061 ຄອບຄົວ/ຕອນ ເປັນມູນຄ່າ 279,98 ຕື້ກີບ (ເທົ່າກັບ 16,32%).

ສຳລັບຜູ້ທີ່ຖືກຜົນກະທົບທີ່ຍັງບໍ່ໄດ້ຮັບການຊົດເຊີຍນັ້ນ ເກີດຈາກ 3 ສາເຫດຫຼັກ ຄື: ຜູ້ທີ່ຖືກຜົນກະທົບຈໍານວນໜຶ່ງ ຍັງບໍ່ທັນເຂົ້າໃຈ ແລະ ເປັນເອກະພາບກັບລາຄາຫົວໜ່ວຍຊົດເຊີຍທີ່ທາງອໍານາດການປົກຄອງທ້ອງຖິ່ນວາງອອກ (ສະພາປະຊາຊົນແຂວງ ແລະ ນະຄອນຫຼວງວຽງຈັນ ວາງອອກ). ຕໍ່ກັບບັນຫານີ້, ກະຊວງ ຍທຂ ຈະໄດ້ສົມທົບກັບ ແລະ ພາກສ່ວນທີ່ກ່ຽວຂ້ອງລົງເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ແລະ ຮັບຮູ້ຕໍ່ວິທີການປະເມີນ ຫຼື ຄິດໄລ່ ພ້ອມທັງສຶກສາອົບຮົມໃຫ້ເຂົາເຈົ້າເຂົ້າໃຈຢ່າງເລິກເຊິ່ງ ແນວທາງນະໂຍບາຍຂອງພັກ-ລັດ ແລະ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ; ລະບຽບການເບີກຈ່າຍຄ່າຊົດເຊີຍ ທີ່ມີຫຼາຍຂັ້ນຕອນຫຼາຍລາຍເຊັນ (7 ລາຍເຊັນ). ຕໍ່ກັບບັນຫາດັ່ງກ່າວ, ກະຊວງ ຍທຂ ໄດ້ປັບປຸງລະບຽບການເບີກຈ່າຍໃຫ້ຫຼຸດຂັ້ນຕອນລົງ ( ຍັງເຫຼືອ 5 ລາຍເຊັນ) ໂດຍໄດ້ອອກຂໍ້ຕົກລົງ ເລກທີ 11765/ຍທຂ, ລົງວັນທີ 25 ພຶດສະພາ 2022; ຕໍ່ກັບທີ່ດິນທີ່ບໍ່ສາມາດພົວພັນຫາເຈົ້າຂອງໄດ້ມອບໃຫ້ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຫຼື ເຈົ້າຂອງທີ່ດິນບໍ່ມາພົວພັນນັ້ນແມ່ນສະເໜີອອກແຈ້ງການຫາ ແລະ ກໍານົດເວລາໃຫ້ມາພົວພັນກັບຄະນະໄກ່ເກ່ຍນະຄອນຫຼວງວຽງຈັນ ພາຍໃນ 30 ວັນ, ຖ້າບໍ່ມີຜູ້ໃດມາພົວພັນໝາຍຄວາມວ່າດິນຕອນດັ່ງກ່າວແມ່ນເປັນຂອງລັດ.

ຢ່າງໃດກໍຕາມ, ທ່ານ ວຽງສະຫວັດ ສີພັນດອນ ຍັງໄດ້ລາຍງານໃຫ້ຮູ້ວ່າ: ວຽກແກ້ໄຂຜົນກະທົບທີ່ເກີດຈາກການກໍ່ສ້າງທາງລົດໄຟລາວ-ຈີນ ເປັນຕົ້ນ ເສັ້ນທາງລົດໄຟຕັດຜ່ານທາງຫຼວງແຫ່ງຊາດ, ທາງຫຼວງທ້ອງຖິ່ນ, ທາງຊຸມຊົນ ແລະ ທາງເຂົ້າເຂດການຜະລິດ ມີຈຳນວນ 122 ຈຸດທີ່ກໍາລັງສືບຕໍ່ແກ້ ໄຂ; ບັນຫາການຖິ້ມເສດວັດສະດຸດິນ, ຫີນຈາກການເຈາະອຸໂມງ, ເຊິ່ງມີນໍ້າເກືອເຈືອປົນລົງໃສ່ຕອນດິນປະຊາຊົນ ເຮັດໃຫ້ບໍ່ສາມາດເຮັດກະສິກຳໄດ້ (ຢູ່ແຂວງຫຼວງນໍ້າທາ), ລະບົບນໍ້າລິນທີ່ເປ່ເພ, ຈຸດຖິ້ມດິນທີ່ອຸດຕັນທໍ່ລະບາຍນໍ້າ, ຂີ້ເຫຍື້ອ-ຂີ້ປູນ ແລະ ສິ່ງເສດເຫຼືອຕ່າງໆຢູ່ຈຸດຕັ້ງແຄ້ມ, ບັນຫາລະ ບົບຊົນລະປະທານໄດ້ຮັບຜົນກະທົບ, ນໍ້າຖ້ວມເນື້ອ ທີ່ການຜະລິດຂອງປະຊາຊົນ, ບັນຫານໍ້າແຫ້ງຈາກ ຜົນກະທົບການຂຸດ-ເຈາະອຸໂມງ ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຊຸກຍູ້ໃຫ້ບໍລິສັດລົດໄຟລາວ-ຈີນ ຮີບຮ້ອນແກ້ໄຂໂດຍໃຫ້ສ້າງແຜນວຽກລະອຽດ ພ້ອມທັງຄາດຄະເນເວລາສຳເລັດສະເໜີໃຫ້ ສືບຕໍ່ຕິດຕາມ.