ທ້າວ ສີສຸວັນ ຫຼື ວັນ, ນາງ ວັນວິໄລ ທັງສອງ ເປັນຜົວ -ເມຍກັນ ແລະ ທ້າວ ເກດສະດາ ຫຼື ປໍ້າ ເປັນນ້ອງເຂີຍ ທັງ 3 ຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຮ່ວມກັນເຄື່ອນໄຫວຊື້-ຂາຍຢາບ້າ ຖືກເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ຕິດຕາມຈັບຕົວໄດ້ໃນວັນທີ 14 ມິຖຸນາ ນີ້ ພ້ອມຂອງກາງຢາບ້າ ແລະ ຢາໄອສ໌.

ພັຕ ຄຳຈັນ ວິໄລ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ໃຫ້ຂໍ້ມູນວ່າ: ໃນຊ່ວງເດືອນພຶດສະພາ 2022, ໄດ້ມີພົນລະເມືອງດີແຈ້ງມາ ຫາເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງວ່າ: ມີກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງ ວຽງຈັນ. ຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ລົງເກັບກໍາຂໍ້ມູນເພື່ອພິສູດແຫຼ່ງຂ່າວ. ຜ່ານການລົງເກັບກຳຂໍ້ມູນ ເຫັນວ່າມີມູນຄວາມຈິງແທ້, ເຈົ້າໜ້າທີ່ວິຊາສະເພາະ ພະແນກຕຳຫຼວດ ປກສ ເມືອງຫາດຊາຍຟອງ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງແກ້ໄຂ ໃນວັນທີ 14 ມີຖຸນາ 2022 ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນ ຍິງ 1 ຄົນຄື: ທ້າວ ສີສຸວັນ ຫຼື ວັນ ອາຍຸ 41 ປີ ພ້ອມຂອງກາງຢາບ້າ 55 ເມັດ, ນາງ ວັນວິໄລ ຫຼື ຕິ່ງ ອາຍຸ 40 ປີ ພ້ອມຂອງກາງຢາບ້າ 37 ເມັດ ແລະ ທ້າວ ເກດສະດາ ຫຼື ປໍ້າ ພ້ອມຂອງ ກາງຢາບ້າ 80 ເມັດ, ຢາໄອສ໌ 1 ຖົງນ້ອຍ ແລະ ໂທລະສັບ 1 ໜ່ວຍ.

ຜ່ານການສອບສວນ, ທ້າວ ສີສຸວັນ ຫຼື ວັນ ໃຫ້ການວ່າ: ຜູ້ກ່ຽວມີເຈດຕະນາພົວພັນຄ້າຂາຍຢາເສບຕິດແທ້. ໃນຕົ້ນປີ 2022, ຜູ້ກ່ຽວເລີ່ມພົວພັນຄ້າຂາຍຢາບ້າ, ສ່ວນຢາບ້າທີ່ນໍາມາຂາຍແມ່ນໄດ້ຊື້ ນໍາທ້າວ ເກດສະດາ ຫຼື ປ້ຳ ທີ່ເປັນນ້ອງເຂີຍຂອງຜູ້ກ່ຽວ ໂດຍຊື້ຄັ້ງລະ 200 ເມັດ; ພາຍຫຼັງໄດ້ຢາບ້າແລ້ວ ໄດ້ແບ່ງໃຫ້ຜູ້ເປັນເມຍ ຈຳນວນ 50 ເມັດ ເພື່ອເອົາໄວ້ຂາຍ ສ່ວນທີ່ເຫຼືອຜູ້ກ່ຽວແມ່ນນໍາໄປເລາະຂາຍໃຫ້ກັບໄວລຸ້ນຢູ່ຕາມບ້ານ ແລະ ຮ້ານເກມ.

ທ້າວ ເກດສະໜາ ຫຼື ປໍ້າ ໃຫ້ການຕື່ມວ່າ: ຜູ້ກ່ຽວມີເຈດຕະນາພົວພັນຄ້າຂາຍຢາບ້າແທ້ ໃນຊ່ວງຕົ້ນປີ 2021 ຢາບ້າທີ່ຊື້ມາຂາຍແມ່ນຊື້ນຳກຸ່ມຂະ ບວນການ ໂດຍຊື້ຄັ້ງລະ 400 ເມັດ ຊື້-ຂາຍກັນຢູ່ຫຼັງວັດທາດຫຼວງກາງ; ຫຼັງຈາກນັ້ນ, ຜູ້ກ່ຽວກໍໄດ້ນໍາຢາບ້າມາຂາຍໃຫ້ ທ້າວ ສີສຸວັນ ຫຼື ວັນ ຈຳ ນວນ 200 ເມັດ ແລະ ຂາຍໃຫ້ກັບຊາວໜຸ່ມແຖວບ້ານ ຫຼື ບ້ານໃກ້ຄຽງ.