ສະຖາບັນສະຖິຕິແຫ່ງຊາດ ອີຕາລີ ເປີດເຜີຍອັດຕາເງິນເຟີ້ຂອງປະເທດ ທີ່ເພີ່ມສູງຂຶ້ນເປັນປະຫວັດສາດທີ່ 6,8% ເມື່ອທຽບແບບປີຕໍ່ປີ ໃນເດືອນພຶດສະພາ; ເຊິ່ງສາເຫດກໍເນື່ອງມາຈາກ ຂ້ໍຂັດແຍ່ງລະຫວ່າງ ລັດເຊຍ ກັບ ອູແກຣນ ແລະ ການເໜັງຕີງທີ່ຊ້າລົງຂອງການຄ້າລະຫວ່າງປະເທດ.

ສະຖິຕິດັ່ງກ່າວ ຫຼຸດລົງຫຼາຍກວ່າການຄາດຄະເນເບື້ອງຕົ້ນເລັກໜ້ອຍທີ່ 6,9%, ແຕ່ຍັງຄົງເປັນໂຕເລັກທີ່ປັບສູງຂຶ້ນ ເມື່ອທຽບແບບປີຕໍ່ປີ ນັບຕັ້ງແຕ່ມີການສ້າງສະກຸນເງິນເອີໂຣ, ທັງຍັງເພີ່ມສູງຂຶ້ນຫຼາຍທີ່ສຸດ ນັບຕັ້ງແຕ່ປີ 1990, ໃນຂະນະທີ່ ດັດຊະນີລາຄາຜູ້ບໍລິໂພກລາຍເດືອນຂອງອີຕາລີ ຢູ່ທີ່ 0,8%.

ລາຄາສິນຄ້າພະລັງງານເພີ່ມຂຶ້ນຫຼາຍທີ່ສຸດ ຈຳນວນ 42,6% ເມື່ອທຽບກັບປີທີ່ຜ່ານມາ, ສ່ວນລາຄາສິນຄ້າທົ່ວໄປ ເພີ່ມຂຶ້ນ 9,7% ໃນເດືອນພຶດສະພາ; ເຊິ່ງສາເຫດຫຼັກແມ່ນມາຈາກຕົ້ນທຶນການຜະລິດ ແລະ ຄ່າຂົນສົ່ງທີ່ເພີ່ມຂຶ້ນ ພ້ອມທັງຄ່າບໍລິການກໍປັບເພີ່ມຂຶ້ນ 3,1%.