ໃນວັນທີ 21 ມິຖຸນານີ້, ຕາມການລາຍງານຂອງ ທ່ານ ພົວ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ໃຫ້ຮູ້ວ່າ: ພາຍຫຼັງພັກ-ລັດຖະບານໄດ້ກໍານົດເອົາການແກ້ໄຂບັນຫາຢາເສບຕິດເປັນໜຶ່ງໃນສອງວາລະແຫ່ງຊາດ. ຄະນະພັກ-ຄະນະບັນຊາກອງບັນຊາການ ປກສ ແຂວງ ກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາເຈົ້າໜ້າທີ່ ປກສ ແຂວງ, ປກສ ເມືອງ ແລະ ປກສ ກຸ່ມບ້ານປະຕິ ບັດວາລະດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ສາມາດຍາດໄດ້ຜົນສໍາເລັດ.

6 ເດືອນຕົ້ນປີ 2022, ເຈົ້າໜ້າທີ່ ປກສ ແຂວງເຊກອງ ສາມາດເລີກຮື້ ແລະ ມ້າງລາຍຄະດີຢາເສບຕິດໄດ້ 46 ເລື່ອງ, ຈັບຜູ້ຖືກຫາໄດ້ 54 ຄົນ, ຢຶດຂອງກາງຢາບ້າໄດ້ 68.615 ເມັດ, ລົດໃຫຍ່ (ຍີ່ຫໍ້ຮຸນໃດ) 1 ຄັນ, ລົດຈັກ 24 ຄັນ, ໂທລະ ສັບ 35 ໜ່ວຍ, ໂມງ 1 ໜ່ວຍ, ປືນດັດແປງ 2 ກະບອກ, ປືນແກັບ 2 ກະບອກ, ເງິນກີບ 14 ລ້ານກວ່າກີບ, ເງິນໂດລາ 5 ໂດລາ, ເງິນດົ້ງ 3.000 ດົ້ງ ແລະ ວັດຖຸສາຍຄໍຄ້າຍຄືຄໍາ 1 ເສັ້ນ. ພ້ອມນີ້, ຍັງໄດ້ເອົາໃຈໃສ່ເຄື່ອນໄຫວເກັບກໍາຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດມີ 212 ຄົນ ຍິງ 8 ຄົນ. ຂຶ້ນບັນຊີເປົ້າໝາຍເສບຢາເສບຕິດ 992 ຄົນ ຍິງ 19 ຄົນ; ສຶກສາອົບ ຮົມຜູ້ເສບ ແລະ ມົ້ວສຸມຢາເສບຕິດ 148 ຄົນ ຍິງ 6 ຄົນ. ກວດນໍ້າປັດຊະວະຊອກຫາສານເສບຕິດໄດ້ 463 ຄົນ ຍິງ 47 ຄົນ. ໃນນີ້, ພົບສານເສບ ຕິດ 3 ຄົນ ແລະ ນໍາສົ່ງຜູ້ຕິດຢາເສບຕິດໄປປິ່ນປົວບໍາບັດ-ຟື້ນຟູສຸຂະພາບຕາມສູນຕ່າງໆຈໍານວນ 6 ຄົນ ຍິງ 2 ຄົນ.

ທ່ານ ພົວ ສົມໄຊ ພູລະຄໍາມະນີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນນີ້, ບັນຫາຢາເສບຕິດຢູ່ແຂວງເຊກອງ ເຫັນວ່າ ຍັງສືບຕໍ່ເພີ່ມທະວີແຜ່ຂະຫຍາຍຫຼາຍຂຶ້ນ. ມັນໄດ້ເບື່ອເມົາທຸກຊັ້ນຄົນໃນສັງຄົມ ແລະ ກໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເຊັ່ນ: ບັນຫາຂີ້ລັກ, ງັດແງະ, ຄ້າ-ຂາຍເຖື່ອນ, ຂົ່ມຂືນທໍາສໍາເລົາ ແລະ ອື່ນໆ ອັນສົ່ງຜົນສະທ້ອນໂດຍກົງຕໍ່ຄວາມບໍ່ສະຫງົບຂອງສະຖາບັນຄອບຄົວ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ການພັດທະນາເສດຖະກິດ-ສັງຄົມ. ແຕ່ແນວໃດກໍດີ, ຖ້າຫາກວ່າບັນດາຂະແໜງການຕ່າງໆຂັ້ນແຂວງ, ເມືອງ, ອົງການປົກຄອງບ້ານ ແລະ ສະຖາບັນຄອບຄົວ ເປັນເຈົ້າການພ້ອມກັນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຮ່ວມກັບເຈົ້າໜ້າທີ່ ປກສ, ບັນຫາປະກົດການຫຍໍ້ທໍ້ຕ່າງໆເຫຼົ່ານີ້ ກໍຈະນັບມື້ຫຼຸດໜ້ອຍຖອຍລົງເປັນກ້າວໆ.

ຂ່າວ-ພາບ: ປກສ ແຂວງເຊກອງ