ປັດຈຸບັນ, ເຫັນວ່າສະພາບການສັນຈອນຕາມທ້ອງຖະໜົນຫຼວງ ໂດຍສະເພາະຢູ່ບໍລິເວນປໍ້ານໍ້າມັນຕ່າງໆທີ່ເປີດໃຫ້ບໍລິການ ມີຄວາມແອອັດສັບສົນ ສາເຫດຍ້ອນມີນັກຂັບຂີ່ຈຳນວນໜຶ່ງຍັງບໍ່ປະຕິບັດກົດລະບຽບການສັນຈອນຂັບຂີ່ບໍ່ຖືກຊ່ອງທາງ, ມີການບຽດ ແລະ ຊິງແຊງກັນເຂົ້າເຕີມນ້ຳມັນ ເຮັດໃຫ້ລົດຕິດອັ່ງອໍຢູ່ທ້ອງຖະໜົນ ແລະ ກວມເອົາຫຼາຍຊ່ອງທາງການສັນຈອນ, ເຊິ່ງເຮັດໃຫ້ການສັນຈອນມີຄວາມແອອັດ.

ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນວ ໄດ້ໃຫ້ຮູ້ວ່າ: ໄລຍະຜ່ານມາກໍຄືປັດຈຸບັນເຫັນວ່າ ສະພາບນໍ້າມັນຂາດປໍ້າ ແລະ ມີການເປີດບາງປໍ້າ ເພາະສະນັ້ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງຜູ້ໃຊ້ພາຫະນະ ຈຶ່ງມີຄວາມຕ້ອງການໃສ່ນໍ້າມັນເປັນຈຳນວນຫຼາຍເຮັດໃຫ້ປໍ້ານໍ້າມັນບາງຈຸດທີ່ເປີດຢູ່ນັ້ນມີຄວາມອັ່ງອໍແອອັດ, ເຮັດໃຫ້ການສັນຈອນບໍ່ສະດວກ. ຕໍ່ກັບບັນຫານີ້, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ນວ ໄດ້ສົມທົບກັບຈະລາຈອນບັນດາເມືອງ ຈັດກໍາລັງ 100 ສະຫາຍ ລົງຈັດສັນ ແລະ ລະບາຍການສັນຈອນຢູ່ຕາມຈຸດດັ່ງກ່າວ ເພື່ອອໍານວຍຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ, ເຮັດໃຫ້ການສັນຈອນໄປ-ມາມີການຄ່ອງຕົວດີຂຶ້ນ.

ສະນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງນັກຂັບຂີ່ທີ່ມີຈຸດປະສົງເຂົ້າເຕີມນໍ້າມັນຢູ່ຈຸດຕ່າງໆ ຈົ່ງໃຫ້ກຽດເຊິ່ງກັນແລະກັນ, ບໍ່ແຊງຄິວກັນ, ເອົາໃຈໃສ່ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າ ແລະ ກົດລະບຽບການສັນຈອນຢ່າງເຂັ້ມງວດ ເພື່ອຫຼີກລ່ຽງບັນຫາອຸບັດຕິເຫດທີ່ຈະເກີດຂຶ້ນ.