ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ແຂວງສະຫັວນນະເຂດ ເລັ່ງນຳຈັບຜູ້ທີ່ຂັບຂີ່ລົດໃຫຍ່ເລກທະບຽນ ກຈ 1688 ສະຫວັນນະເຂດ ຕຳລົດຈັກມາ ພ້ອມຄອບຄົວເສຍຊີວິດ 2 ຄົນ ແລະ ບາດເຈັບສາຫັດ 2 ຄົນ ແລ້ວເອົາຕົວຫຼົບໜີ ມາດຳເນີນຄະດີ.

ເຫດການເກີດຂຶ້ນໃນເວລາປະມານ 19:00 ໂມງຂອງວັນທີ 17 ມິຖຸນາ 2022, ຢູ່ຖະໜົນເລກ 9B, ຂອບເຂດບ້ານຄຳຊັນ ເມືອງໄຊພູທອງ ແຂວງສະຫວັນນະເຂດ ລົດຄູ່ກໍລະນີໝາຍເລກທະບຽນ ກຈ 1688 ສະຫວັນນະເຂດ ແລ່ນໄປຕາມຖະໜົນເລກ 9B, ມຸ່ງໜ້າແຕ່ທິດເໜືອຫາທິດໃຕ້, ຈຶ່ງໄດ້ຕຳກັບລົດຈັກທີ່ແລ່ນສວນທາງມາ, ເຊິ່ງເປັນລົດຈັກໝາຍເລກທະບຽນ ຈດ 6584 ສະຫວັນນະເຂດ ຂັບຂີ່ໂດຍ ທ້າວ ປອນ ອາຍຸ 25 ປີ ພ້ອມດ້ວຍຄອບຄົວຢູ່ບ້ານນາ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.

ອຸບັດຕິເຫດຄັ້ງນີ້, ເຮັດໃຫ້ ທ້າວ ປອນ ແລະ ລູກຊາຍ ເສຍຊີວິດຄາທີ່, ສ່ວນເມຍ ແລະ ລູກສາວ ບາດເຈັບສາຫັດ ພາຍຫຼັງເກີດເຫດລົດຍົນຄັນດັ່ງກ່າວໄດ້ຂັບຂີ່ຫຼົບໜີ. ປັດຈຸບັນ, ເຈົ້າໜ້າທີ່ຍັງຊອກຈັບຕົວມາຮັບໂທດທາງກົດໝາຍ.