ກອງປະຊຸມສະຫຼຸບຜົນການປະຕິບັດວຽກງານປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງຫ້ອງຕຳຫຼວດ ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2022 ຜ່ານມາ, ຢູ່ທີສະໂມສອນກອງບັນຊາການ ປກສ ແຂວງອຸດົມໄຊ, ໂດຍການເປັນປະທານຂອງ ພັທ ສີທັດ ສີຄໍາເຕີຍ ຄະນະພັກ ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ, ເຂົ້າຮ່ວມໂດຍ ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະພັກ-ຄະນະຫ້ອງ, ແຂກຮັບເຊີນ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ອຸ່ນເຮືອນ ສີລິພອນ ຮອງຫ້ອງຕໍາຫຼວດ ໄດ້ຍົກໃຫ້ເຫັນສະພາບການທີ່ພົ້ນເດັ່ນ ກໍຄືການເຄື່ອນໄຫວປະຕິບັດໜ້າທີ່ແຕ່ລະຂົງ ເຂດຄວາມຮັບຜິດຊອບຂອງຫ້ອງ, ເປັນຕົ້ນການຊີ້ນໍາ-ນຳພາດ້ານການເມືອງແນວຄິດ, ດ້ານວຽກງານວິຊາສະເພາະ, ຕິດພັນກັບການປັບປຸງກໍ່ສ້າງພັກ-ກໍ່ສ້າງພະນັກ ງານ, ໃຫ້ມີການກ້າວໜ້າເຕີບໃຫຍ່ເຂັ້ມແຂງ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າ ທີ່ວຽກງານໃນໄລຍະໃໝ່. ໃນນີ້, ວຽກງານວິຊາສະເພາະໄດ້ມ້າງ ແລະ ແກ້ໄຂ, ລາຍຄະດີປະເພດຕ່າງໆ ໄດ້ທັງໝົດ ມີ 12 ເລື່ອງ, ຜູ້ຖືກຫາ 162 ຄົນ ຍິງ 10 ຄົນ, ຕ່າງປະເທດ 8 ຄົນ, ໃນນີ້, ຄະດີອາຍາ 8 ເລື່ອງ, ມີຜູ້ຖືກຫາ 57 ຄົນ, ຄະດີຢາເສບຕິດ 1 ເລື່ອງ, ຜູ້ຖືກຫາ 95 ຄົນ ຍິງ 13 ຄົນ, ຕ່າງປະເທດ 2 ຄົນ, ຄະດີເສດຖະ ກິດ 1 ເລື່ອງ, ຜູ້ຖືກຫາ 5 ຄົນ, ຄ້າມະນຸດ 1 ເລື່ອງ, ຜູ້ຖືກຫາ 3 ຄົນ ແລະ ຄະດີສິ່ງແວດລ້ອມ 1 ເລື່ອງ, ຜູ້ຖືກຫາ 2 ຄົນ, ດໍາເນີນຄະດີສໍາເລັດ 11 ເລື່ອງ, ຜູ້ຖືກຫາ 141 ຄົນ ຍິງ 15 ຄົນ, ອຸບັດຕິເຫດເກີດຂຶ້ນທັງໝົດ 158 ລາຍ, ພາຫະນະເປ່ເພ 258 ຄັນ, ມີອັກຄີໄຟເກີດຂຶ້ນ 4 ຄັ້ງ, ປິ່ນປົວ ແລະ ຟື້ນຟູຜູ້ເສບຢາເສບຕິດ 60 ຄົນ, ຜົນເສຍຫາຍທາງອາຍາ: ລົດຈັກ 38 ຄັນ, ເງິນກີບ 1.032.286.000 ກີບ, ເງິນຢວນ 100 ຢວນ, ເງິນບາດ 1.200 ບາດ ແລະ ເຄື່ອງອື່ນໆ ອີກຈຳນວນໜຶ່ງ. ລວມມູນຄ່າເສຍຫາຍທາງອາຍາ, ອຸບັດຕິເຫດ ແລະ ອັກຄີໄພລວມທັງໝົດ 4.003.193.000 ກີບ. ນອກນັ້ນ, ຢຶດຂອງກາງຄະດີມີ: ເຄື່ອງຜະລິດຍາບ້າຈຳນວນ 1 ເຄື່ອງ, ເຮໂລອິນ ນໍ້າໜັກ 844 ກຼາມ, ຢາບ້າ 601.776 ເມັດ, ນໍ້າໜັກ 919,6 ກິໂລກຼາມ, ຢາໄອສ໌ 28 ຫໍ່, ນໍ້າໜັກ 28 ກິໂລກຼາມ, ຢາຝິ່ນ ນໍ້າໜັກ 956,7 ກຼາມ, ປືນສັ້ນ 1 ກະບອກ, ປືນຍາວ 3 ກະບອກ, ປືນລ່າເນື້ອ 2 ກະບອກ ພ້ອມລູກປືນ 39 ລູກ, ລົດໃຫຍ່ 5 ຄັນ, ລົດຈັກ 22 ຄັນ, ໂທລະສັບ 71 ເຄື່ອງ, ເງິນກີບ 116.736.000 ກີບ, ເງິນບາດ 130.000 ບາດ ແລະອື່ນໆ

ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ເນັ້ນໜັກ ຄະນະພັກ-ພະນັກງານຫຼັກແຫຼ່ງ ພາຍໃນຫ້ອງຕໍາຫຼວດ ປກສ ແຂວງ ເອົາໃຈໃສ່ເຮັວຽກງານສຶກສາອົບຮົມການເມືອງ-ແນວຄິດ, ຍົກສູງຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ, ກໍາແໜ້ນບັນດາມະຕິຄຳສັ່ງ, ຂໍ້ກຳນົດກົດລະ ບຽບຂອງກໍາລັງປ້ອງກັນຄວາມສະຫງົບວາງອອກໃຫ້ເລິກເຊິ່ງເຖິງຖອງ, ມີທັດສະນະຄຸນທາດການ ເມືອງໜັກແໜ້ນ, ກໍາແໜ້ນກົນອຸບາຍ-ເລ່ ລ່ຽມ ຂອງກຸ່ມຄົນບໍ່ດີໃຫ້ຈະແຈ້ງຮັດກຸມ, ຕິດຕາມທຸກເປົ້າໝາຍທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບສຸກໃນສັງຄົມໃຫ້ຮັບປະກັນ, ແກ້ໄຂບັນຫາກໍລະນີຕ່າງໆໃຫ້ ວ່ອງໄວ-ທັນຕໍ່ສະພາບການ ແລະ ຖືກຕ້ອງຕາມລະບຽບຫຼັກການ.