ກອງບັນຊາການ ປກສ ແຂວງຄຳມ່ວນ ປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ມີຜົນງານດີເດັ່ນ, ຄົບຕາມມາດຖານເງື່ອນໄຂຕາມລະບຽບກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ , ເຂົ້າຮ່ວມໂດຍ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີຄະນະພັກ-ຄະນະກອງບັນຊາ ການ, ຄະນະຫ້ອງອ້ອມຂ້າງ, ກອງພັນປ້ອງກັນເຄື່ອນທີ່, ໂຮງຮຽນ, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ 10 ຕົວເມືອງ ພ້ອມດ້ວຍພະນັກງານທີ່ ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ສຸກທະວີ ອີນທະລັງສີ ຮອງຫົວໜ້າ ຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງຄຳມ່ວນ, ຈຳນວນ 118 ສະຫາຍ ຍິງ 13 ສະຫາຍ. ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຈຳນວນ 21 ສະຫາຍ, ເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ຈຳນວນ 33 ສະຫາຍ ຍິງ 2 ສະຫາຍ ແລະ ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຊັ້ນ ຮ້ອຍເອກ ຈຳນວນ 64 ຍິງ 11 ສະຫາຍ. ໃຫ້ກຽດປະດັບຊັ້ນໃນຄັ້ງນີ້ໂດຍ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ.

ໃນພິທີ, ພັອ ທິບພະຈັນ ໂພໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ແລະ ໄຊຊະນະຂອງບັນດາທ່ານ-ບັນດາສະຫາຍທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ນາຍຕຳຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ຫຼາຍຂຶ້ນກວ່າເກົ່າ, ເອົາໃຈໃສ່ສ້າງແບບແຜນນຳພາ, ແບບແຜນວິທີເຮັດວຽກໃຫ້ທັນສະໃໝ່, ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ-ລັດ,ການຈັດຕັ້ງ ແລະ ປະຊາຊົນມອບໝາຍໃຫ້; ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນເລື່ອຍໆ.