ຫ້ອງສັນຕິບານ ກອງບັນຊາການ ປກສ ແຂວງຫົວພັນ ໄດ້ເປີດຊຸດຝຶກອົບຮົມ ວຽກງານຕຳຫຼວດກວດຄົນເຂົ້າ-ອອກເມືອງ ໃນວັນທີ 13 ມິຖຸນາ 2022, ເປັນປະທານໂດຍ ພັທ ອຳພອນ ພັນມະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ເຂົ້າຮ່ວມມີ ພັທ ບຸນສິດ ພົນນິຍົມ ຫົວໜ້າພະແນກບໍລິຫານ-ຈັດຕັ້ງ ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ຫົວໜ້າຄະນະຫ້ອງ, ປກສ ເມືອງ ຕະຫຼອດຮອດນັກສຳມະນາກອນ ເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ-ນັກຮົບຜູ້ທີ່ເຮັດວຽກງານກວດກາຄົນເຂົ້າ-ອອກເມືອງ ໄດ້ຮັບຮູ້ເຂົ້າໃຈເຖິງສິດພາລະບົດບາດຂອງວຽກງານ ຕິດພັນກັບ ການເຮັດວຽກງານວິຊາສະເພາະ, ຮູ້ຈຳແນກເຖິງການເຄື່ອນໄຫວຂອງປະຊາຊົນຄົນເຂົ້າ-ອອກເມືອງ ໃນຮູບແບບຕ່າງໆ; ນອກ ນັ້ນ, ຍັງເປັນການສ້າງຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະ ໃຫ້ກັບພະນັກງານທີ່ເຮັດວຽກຕົວຈິງຢ່າງຈະແຈ້ງ, ນໍາໄປປະຕິບັດໃຫ້ມີຄວາມຄ່ອງແຄ້ວ, ຊຳນິຊຳນານ ແລະ ເກີດຂໍ້ຜິດພາດໜ້ອຍລົງ.

ຊຸດຝຶກອົບຮົມ ໃຊ້ເວລາ 5 ວັນ, ແບ່ງອອກເປັນ 5 ພາກ, ມີ 16 ບົດ ຄື:

  • ຄວາມຮູ້ພື້ນຖານກ່ຽວກັບ ຄົນເຂົ້າ-ອອກເມືອງ
  • ເອກະສານຜ່ານແດນ ແລະ ວີຊ່າ
  • ຊື່ການ, ເງື່ອນໄຂ ແລະ ລະບົບເຂົ້າ-ອອກດ່ານ
  • ການກວດກາເອກະສານຜ່ານແດນ
  • ຕິດຕາມເປົ້າໝາຍເຂົ້າ-ອອກເມືອງ
  • ວຽກງານຕະໜ່າງປິດລັບ, ວຽກງານສັງລວມ
  • ວຽກງານປະມວນຂ່າວໃນຂົງເຂດຕິດຕາມເປົ້າໝາຍ
  • ການກວດກາຄຸ້ມຄອງຂໍ້ມູນຜູ້ຕ້ອງຫ້າມເຂົ້າ ສປປ ລາວ
  • ການກວດກາຄຸ້ມຄອງຂໍ້ມູນຜູ້ຕ້ອງຫ້າມອອກ ສປປ ລາວ
  • ວຽກງານຄອມພິວເຕີ
  • ວຽກງານປະສານພາຍໃນ ແລະ ຮ່ວມມືສາກົນ
  • ບັນຫາທີ່ເກີດຂຶ້ນ, ວີທີແກ້ໄຂ ແລະ ມາດຕະການ
  • ນິຕິກຳການເຄົາລົບກົດໝາຍ, ລະບຽບການ ແລະ ອົງການຄຸ້ມຄອງ
  • ຄວາມຮູ້ພື້ນຖານກ່ຽວກັບ ນິຕິກຳ
  • ສັນຍາ-ສົນທິສັນຍາຂອງວຽກງານກວດຄົນເຂົ້າ-ອອກເມືອງ
  • ຄວາມຮູ້ພື້ນຖານກ່ຽວກັບ ຮູບແບບເອກະສານທາງການ