ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດ ຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂ ຕາມທີ່ກົດໝາຍກໍານົດໄວ້ ໃນວັນທີ 15 ມິຖຸນາ 2022, ເປັນປະທານ ແລະ ປະດັບຊັ້ນໂດຍ ພັອ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ປກສ ເມືອງ, ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ອຳໄພວັນ ອຸດຕະມະນີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງອັດຕະປື ໄດ້ຜ່ານຂໍ້ຕົກລົງຂອງ ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 879, ເລກທີ 880, ເລກທີ 878/ປກສ ລົງວັນທີ 27 ພຶດສະພາ 2022 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍ ແລະ ພົນຕຳຫຼວດ ຢູ່ກອງບັນຊາການ ປກສ ແຂວງອັດຕະປື ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ ຈຳນວນ 29 ຄົນ ຍິງ 2 ຄົນ
  • ຮ້ອຍເອກ ຂຶ້ນ ພັນຕີ 32 ຄົນ ຍິງ 7 ຄົນ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 35 ຄົນ ຍິງ 10 ຄົນ

ໃນພິທີ, ພັອ ສີເວີນ ແກ້ວສີວົງສາ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍນາຍຕຳຫຼວດທີ່ໄດ້ຮັບນະໂຍບາຍເລື່ອນຊັ້ນ ພ້ອມທັງເນັ້ນໃຫ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍຈາກການຈັດຕັ້ງຂັ້ນເທິງ, ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃຫ້ມີຄວາມຮັບຜິດຊອບສູງ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ຕໍ່ປະຊາຊົນລາວບັນດາເຜົ່າ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ, ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ແນໃສ່ເຮັດໃຫ້ທົ່ວສັງຄົມ ເວົ້າລວມ, ເວົ້າສະເພາະ ແມ່ນເຮັດໃຫ້ແຂວງອັດຕະປື ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີຂຶ້ນເທື່ອລະກ້າວ.