ຜ່ານການເຄື່ອນໄຫວຕົວຈິງໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ I ແຕ່ເດືອນກໍລະກົດ 2021 ຮອດວັນທີ 24 ພຶດສະພາ 2022 ສາມາດແກ້ໄຂຄະດີຢາເສບຕິດ ໃນຂອບເຂດທົ່ວປະເທດ ໄດ້ 4.000 ກວ່າເລື່ອງ, ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ.

ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ຄັ້ງທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 21 ມິຖຸນາ ວ່າ:

” ຜ່ານມາ, ລັດຖະບານ ກໍຄື ກະຊວງ ປກສ ໄດ້ເອົາໃຈໃສ່ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ຕາມ 6 ວຽກຈຸດສຸມ “

ຜ່ານການເຄື່ອນໄຫວວຽກງານຕົວຈິງ, ເຈົ້າໜ້າທີ່ກ່ຽວຂ້ອງ ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດ ໃນຂອບເຂດທົ່ວປະເທດ ໄດ້ 4.094 ເລື່ອງ, ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618 ຄົນ, ຂຶ້ນບັນຊີເປົ້າໝາຍຂົນສົ່ງ-ຄ້າຂາຍຢາເສບຕິດລາຍຍ່ອຍ, ລາຍກາງ ແລະ ລາຍໃຫຍ່ ໃນທົ່ວປະເທດ ໄດ້ຫຼາຍເປົ້າໝາຍ, ນໍາກໍາລັງຈາກສູນກາງ ລົງປະຈໍາການເພີ່ມຢູ່ຈຸດຫຼ່ໍແຫຼມ, ຈຸດຂົນສົ່ງຂ້າມລອຍ ຢູ່ແຂວງອຸດົມໄຊ, ຫຼວງນ້ຳທາ ແລະ ບໍ່ແກ້ວ, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງສຳຫຼວດ ແລະ ທໍາລາຍສວນຝິ່ນ 569 ເຮັກຕາ, ທໍາລາຍສວນຄັນຊາ 4,2 ເຮັກຕາ ແລະ ສ້າງບົດບັນທຶກຢຸດເຊົາການປູກຝິ່ນໄດ້ 12.859 ຄອບຄົວ.

ໄດ້ອອກໃບຢັ້ງຢືນໃຫ້ບໍລິສັດທີ່ເຂົ້າຮ່ວມປະຕິບັດ ໂຄງການປູກພືດທົດແທນການປູກຝິ່ນ ຢູ່ ສປປ ລາວ ຈຳນວນ 50 ບໍລິສັດ ທີ່ໄດ້ຈັດສັນອາຊີບໃຫ້ປະຊາຊົນຢູ່ທ້ອງຖິ່ນ ໄດ້ຫຼາຍກວ່າ 44.000 ຄອບຄົວ, ໄດ້ປະຕິບັດ ໂຄງການພັດທະນາທາງເລືອກທົດແທນການປູກພືດທີ່ມີສານເສບຕິດ ທີ່ໄດ້ຮັບ   ການສະໜັບສະໜູນຈາກສາກົນ, ຂຶ້ນແຜນຜະລິດຢາ T.O ເມັດ ເພື່ອປິ່ນປົວຜູ້ຕິດຢາເສບຕິດ ປະເພດຟິ່ນ ແລະ ເຮໂຣອິນ, ປຶກສາຫາລືຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອທໍາລາຍສານເຄມີທີ່ຢຶດໄດ້ ຢູ່ແຂວງບໍ່ແກ້ວ, ຫຼວງນ້ຳທາ ແລະ ຫຼວງພະບາງ ລວມທັງໝົດ 169 ໂຕນ.

ນອກຈາກນີ້, ຍັງສາມາດຈູດທຳລາຍຢາເສບຕິດທີ່ສານຕັດສິນ ໃຊ້ໄດ້ຢ່າງເດັດຂາດແລ້ວ ຢູ່ 14 ແຂວງ ແລະ ນະຄອນຫຼວງ, ເຊິ່ງຢາເສບເສບຕິດທີ່ນໍາມາທໍາລາຍມີ:

  • ຢາບ້າ 834 ກິໂລ
  • ເຮໂຣອິນ 91 ກິໂລ
  • ຢາໄອສ໌ 1.105 ກິໂລ
  • ຝິ່ນ 43 ກິໂລ
  • ຄັນຊາ 1.962 ກິໂລ
  • ມອກຟິນ 2 ກິໂລ
  • ມອກຟິນປອມ 3 ກິໂລ
  • ແປ້ງຝຸ່ນສີຂາວ 46 ກິໂລ
  • ຄາເຟອິນ 12 ກິໂລ
  • ເຮໂຣອິນປອມ 17 ກິໂລ

ນອກຈາກທໍາລາຍຢາເສບຕິດແລ້ວ ພວກເຮົາຍັງສາມາດຮັບເອົາຜູ້ຕິດຢາເສບຕິດ ເຂົ້າມາບຳບັດປິ່ນປົວຢູ່ບັນດາສູນຕ່າງໆໃນທົ່ວປະເທດ ໄດ້ທັງໝົດ 4.978 ຄົນ ຍິງ 160 ຄົນ, ປິ່ນປົວດີ 2.806 ຄົນ ຍິງ 112 ຄົນ ແລະ ຍັງສືບຕໍ່ປິ່ນປົວ 2.172 ຄົນ ຍິງ 48 ຄົນ.

ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນໃສ່ບົດລາຍງານດັ່ງກ່າວ ວ່າ:

ຜ່ານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຂອງລັດຖະບານ ໃນໄລຍະທີ I ຜ່ານມາ ເຫັນວ່າ ໄດ້ດຳເນີນໄປຢ່າງຖືກຕ້ອງຕາມທິດຊີ້ນໍາຂອງ ກົມການເມືອງສູນກາງພັກ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ກ່ຽວກັບ ວຽກງານດັ່ງກ່າວ, ບັນດາປະເທດເພື່ອນມິດ ແລະ ສາກົນ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນໃນສັງຄົມ ໄດ້ເຂົ້າຮ່ວມນັບມື້ນັບກວ້າງຂວາງ ແລະ ມີສະຕິຕໍ່ການປະຕິບັດລະບຽບກົດໝາຍຫຼາຍຂຶ້ນ, ຄະນະພັກ, ຄະນະນຳແຕ່ລະຂັ້ນ, ພາກສ່ວນເຈົ້າໜ້າທີ່ທີ່ກ່ຽວຂ້ອງ ໄດ້ເພີ່ມຄວາມຮັບຜິດຊອບຂອງຕົນສູງຂຶ້ນ; ກຸ່ມເສບ, ຂົນສົ່ງ-ຄ້າຂາຍ ແລະ ຜະລິດຢາເສບຕິດ ມີຄວາມຢ້ານກົວ, ຈໍານວນໜຶ່ງກໍຢຸດເຊົາ,

ເຈົ້າໜ້າທີ່ ສາມາດແກ້ໄຂໄດ້ຫຼາຍຄະດີ, ທຳລາຍແຫຼ່ງຜະລິດ, ແຫຼ່ງຊຸກເຊື່ອງຢາເສບຕິດໄດ້ຫຼາຍສົມຄວນ, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ ໂດຍພື້ນຖານ, ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດພວກເຮົາ.