ໃນວັນທີ 21 ມິຖຸນາ 2022, ກອງໂຄສະນາ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ຮ່ວມກັບພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງ ລົງເຄື່ອນໄຫວໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ແລະ ກົດລະບຽບຈະລາຈອນທາງບົກຢູ່ວັດຫຼວງ ໂດຍມີ ພັຕ ບຸນຍົງ ເກີດພໍດີ ຮອງພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະຮັບຜິຊອບໂຄສະນາ; ຮອ ສີນັນດອນ ຈະເລີນນິດ ຫົວໜ້າຫ້ອງ ປກສ ກຸ່ມ 1, ຄະນະພັກ-ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານວັດຫຼວງ-ບ້ານທ່າຫຼວງ 128 ຄົນ, ຍິງ 71 ຄົນເຂົ້າຮ່ວມຮັບຟັງ.

ໃນໂອກາດນີ້, ພັຕ ບຸນຍົງ ເກີດພໍດີ ຮອງຫົວໜ້າພະແນກກວດກາ ແລະ ຄວມຄຸມຢາເສບຕິດ ໄດ້ກ່າວວ່າ: ຢາເສບຕິດເກືອດຫ້າມມີຜົນຮ້າຍທີ່ເປັນ ອັນຕະລາຍຕໍ່ຮ່າງກາຍ ແລະ ຊີວິດຂອງຜູ້ເສບ, ເຮັດໃຫ້ບົດບາດກຽດສັກສີ ແລະ ອະນາຄົດຂອງຕົນຕົກຕ່ຳ, ສະໝອງຖືກທໍາລາຍກາຍເປັນບ້າ, ເສຍຈິດ, ໃຊ້ຄວາມຮຸນແຮງທໍາລາຍຊີວິດຂອງຕົນເອງ ແລະ ຜູ້ອື່ນໆ. ຜົນຮ້າຍຕໍ່ຜູ້ຜະລິດ, ປຸງແຕ່ງ, ຊື້-ຂາຍ, ຈໍາໜ່າຍ, ຄອບຄອງ, ເກັບຮັກສາ, ນໍາເຂົ້າສົງອອກ, ຂົນສົງ, ນໍາຜ່ານ ສປປ ລາວ ຈະຖືກດໍາເນີນຄະດີ ແລະ ລົງໂທດຕາມກົດໝາຍ. ຜົນຮ້າຍຕໍ່ຄອບຄົວ ແລະ ຜູ້ຕິດຢາເສບຕິດ ຈະເຮັດໃຫ້ຄອບຄົວເກີດມີຄວາມວຸ້ນວາຍ, ແຕກແຍກເສຍຊື່ສຽງຄອບຄົວ ແລະ ວົງຕະກຸນ, ທໍາລາຍສຸຂະພາບ, ຊີວິດ-ຊັບສີນ. ຜົນຮ້າຍຕໍ່ສັງຄົມ ຜູ້ຕິດຢາເສບຕິດກໍ່ໃຫ້ເກີດມີສິ່ງຫຍໍ້ທໍ້ ແລະ ອາດຊະຍາກໍາທໍາລາຍ ແລະ ຂົ່ມຂູ່ຄວາມສະຫງົບສຸກ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຜົນຮ້າຍຕໍ່ປະເທດ ຊາດ ເປັນອັນຕະລາຍຕໍ່ຄວາມໝັ້ນຄົງຂອງຊາດຕໍ່ປາຊາຊົນເປັນຕົ້ນ: ຊາວໜຸ່ມ, ເຍົາວະຊົນທີ່ເປັນອະນາຄົດຂອງຊາດ, ຜູ້ຕິດຢາເສບຕິດບໍ່ສາມາດປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບໍ່ສາມາດເປັນກໍາລັງແຮງໃນການສ້າງສາພັດທະນາປະເທດຊາດໄດ້.

ສອ ໄຊສະຫວັດ ໄຊສຶກສາ ກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ກໍໄດ້ຂຶ້ນເຜີຍແຜ່ກົດລະບຽບຈະລາຈອນ ແລະ ກົດໝາຍຈະລາຈອນທາງບົກ ໂດຍສະເພາະລະບຽບໃນການໃຊ້ລົດ-ໃຊ້ຖະໜົນ, ການກວດກາສະພາບເຕັກນິກລົດ, ການຮຽນຮູ້ເຖິງປ້າຍເຕືອນ, ປ້າຍຫ້າມ ແລະອື່ນໆຕາມເສັ້ນທາງ ເພື່ອຫຼຸດຜ່ອນການເກີດອຸບັດຕິເຫດ.

ສອ ໄຊສະຫັວດ ໄຊສຶກສາ ກ່າວຕື່ມວ່າ: ບັນຫາການເກີດອຸບັດຕິເຫດໃນປັດຈຸບັນ ແມ່ນເກີດຂຶ້ນຫຼາຍຍ້ອນຄວາມປະໝາດຂອງຜູ້ຂັບຂີ່ ເປັນຕົ້ນເມົາແລ້ວຂັບ, ບໍ່ມີໃບອະນຸຍາດຂັບຂີ່, ອາຍຸກະສຽນບໍ່ເຖິງ, ຂັບລົດໄວເກີນກໍານົດ, ບໍ່ປ່ອຍສິດເຊິ່ງກັນ ແລະກັນ, ລ່ວງໄຟອໍານາດ, ແຊງທາງໂຄ້ງ-ແຊງບໍ່ຮັບປະກັນ. ສະນັ້ນ ຈຶ່ງຮຽກຮ້ອງມາຍັງນັກຂັບຂີ່ໃຫ້ມີຄວາມລະມັດລະວັງ ແລະ ຕ້ອງໃສ່ໝວກກັນກະທົບທຸກຄັ້ງໃນເວລາຂີ່ຍານພາຫະນະ ເພື່ອຫຼີກລຽງການເກີດອຸບັດຕິເຫດ ແລະ ຜົນເສຍຫາຍທີ່ຈະຕາມມາ.

ຂ່າວ: ວິຈັນດາ