ໃນວັນທີ 17 ມິຖຸນາ ຜ່ານມາ, ພັທ ຄຳຫຼ້າ ອິນທະວົງ ຮອງປະທານສະຫະພັນກຳມະບານ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານກໍາມະບານຮາກຖານ ກອງຜະລິດ ກົມໃຫຍ່ພະລາທິການ ປກສ (ຫ້ວຍໝາກພິກ), ຕ້ອນຮັບໂດຍ ພັທ ບັນຈົງ ສີດາວົງ ປະທານສະຫະພັນກຳມະບານ ກົມໃຫຍ່ພະລາທິການ, ມີຄະນະ, ກຳມະບານຮາກຖານ, ສະມາຊິກກຳມະບານ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ໃນໂອກາດລົງເຄື່ອນໄຫວວຽກງານດັ່ງກ່າວ, ທ່ານຮອງປະທານສະຫະພັນກຳມະບານ ກະຊວງ ປກສ ແລະ ປະທານສະຫະພັນ ກົມໃຫຍ່ພະລາທິການ ໄດ້ຮັບຟັງການລາຍງານຂອງ ພັທ ຄຳພວງເພັດ ຈັນທະວົງ ປະທານກໍາມະບານຮາກຖານ ໂດຍຫຍໍ້ວ່າ:

ໃນໄລຍະຜ່ານມາ, ແມ່ນໄດ້ເຄື່ອນໄຫວເຮັດໜ້າທີ່ວຽກງານວິຊາສະເພາະ ຕາມທີ່ຕັ້ງພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງກົມກອງ, ໂດຍສະເພາະແມ່ນເປົ້າໝາຍເຮັດວຽກງານການຜະລິດປູກຝັງ-ລ້ຽງສັດ ແລະ ບໍລິການຜົນຜະລິດ, ຮັບປະກັນໃຫ້ໄດ້ປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງທາງດ້ານສະບຽງອາຫານໃຫ້ແກ່ບັນດາກົມກອງອ້ອມຂ້າງ ກະຊວງປ້ອງກັນຄວາມສະຫງົບ ແລະ ບໍລິການຕາມທ້ອງຕະຫຼາດທົ່ວໄປ ເພື່ອສ້າງລາຍຮັບເຂົ້າສູ່ກົມກອງ ໃຫ້ນັບມື້ຫຼາຍຂຶ້ນເທື່ອລະກ້າວ.

ໃນນັ້ນ, ບັນດາວຽກງານລ້ຽງສັດແຕ່ລະປະເພດ ມີ: ງົວ, ແບ້, ປາ, ກົບ, ໄກ່ພັນໄຂ່, ເປັດ, ນົກ ແລະອື່ນໆ. ນອກຈາກນັ້ນ, ຍັງໄດ້ເອົາໃຈໃສ່ບົວລະບັດຮັກສາຜົນລະປູກທຸກຊະນິດ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ ເພື່ອຮັບປະກັນດ້ານຜົນຜະລິດ ເຊັ່ນ: ປູກເຫັດ, ປູກຫຍ້າ, ປູກໄຜ່ລ້ຽງນ້ອງ, ປູກໄມ້ອຸດສາຫະກຳ ແລະ ໄມ້ໃຫ້ໝາກ.

ພ້ອມນີ້, ພັທ ຄຳຫຼ້າ ອິນທະວົງ ຮອງປະທານສະຫະພັນກຳມະບານ ກະຊວງປ້ອງກັນຄວາມສະຫງົບ ຍັງໄດ້ມີຄຳເຫັນຊີ້ນຳໃຫ້ ຄະນະກຳມະບານຮາກຖານ ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ສະມາຊິກກຳມະບານ ແລະ ພະນັກງານ-ນັກຮົບຂອງຕົນ ໃຫ້ມີແນວຄິດການເມືອງໜັກແໜ້ນ, ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ປະກົດຜົນເປັນຈິງ.

ໃນໂອກາດດຽວກັນນີ້, ສະຫະພັນກຳມະບານ ກະຊວງ ປກສ ຮ່ວມກັບ ບໍລິສັດ ສະຖາບັນການເງິນຈຸລະພາກ ດອກຄູນ ຍັງໄດ້ມອບເຄື່ອງກິລາຊຸກຍູ້ຈຳນວນໜຶ່ງໃຫ້ ຮາກຖານກອງຜະລິດ ກົມໃຫຍ່ພະລາທິການ ອີກດ້ວຍ.