ໃນຕອນບ່າຍວັນທີ 22 ມິຖຸນາ 2022, ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ໄດ້ເປັນປະທານກອງປະຊຸມພົບປະປຶກສາຫາລືກັບຜູ້ພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໂດຍຜ່ານລະບົບກອງປະຊຸມທາງໄກ (Video Conference), ໂດຍມີຜູ້ຕາງໜ້າກະຊວງ, ອົງການປົກຄອງແຂວງ ແລະ ພະແນກການກ່ຽວຂ້ອງ ແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະຮັບຜິດຊອບພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ເຂົ້າຮ່ວມ.

ການປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານກ່ຽວກັບ ຄວາມຄືບໜ້າໃນການພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ກໍຄື ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຜົນກອງປະຊຸມ ຄັ້ງວັນທີ 29 ພຶດສະພາ 2022 ທີ່ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ຈາກຜູ້ພັດທະນາເຂດດັ່ງກ່າວ, ພ້ອມກັນນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄຳຄິດເຫັນຕໍ່ຂົງເຂດວຽກງານ ທີ່ຕິດພັນກັບ ຄວາມຮັບຜິດຊອບຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໂດຍສະເພາະ ການປະຕິບັດກົດໝາຍ ແລະ ລະບຽບການໃນການພັດທະນາເຂດຂອງຜູ້ພັດທະນາ ແລະ ຜູ້ລົງທຶນ, ການຄຸ້ມຄອງເຂດ, ການກຳນົດຂອບເຂດໂຄງການຄືນໃໝ່, ການລ້ອມຮົ້ວອ້ອມເຂດ, ການອະນຸມັດການລົງທຶນ, ການຜັນຂະຫຍາຍການຈັດຕັ້ງປະຕິບັດເຂດຮ່ວມມືເສດຖະກິດ ບໍ່ເຕ່ນ ສປປ ລາວ ແລະ ບໍ່ຫານ ສປ ຈີນ, ການຄຸ້ມຄອງ ແລະ ສົ່ງເສີມແຮງງານລາວ.

ການນຳເຂົ້າທຶນ ແລະ ນຳໃຊ້ເງິນຕາຕ່າງປະເທດ, ການເກັບພັນທະອາກອນ ແລະ ການນຳເຂົ້າ-ສົ່ງອອກສິນຄ້າ, ການຄຸ້ມຄອງແຮງງານຕ່າງປະເທດ ແລະ ການສ້າງໂຄງການທີ່ມີສ່ວນຮ່ວມກັບປະຊາຊົນ, ການອະນຸມັດປຸກສ້າງຢູ່ພາຍໃນເຂດ, ການລົບລ້າງປ້າຍໂຄສະນາ ແລະ ທະບຽນພາຫະນະທີ່ບໍ່ຖືກຕ້ອງ, ກວດກາຄືນການນຳໃຊ້ລະບົບໂທລະຄົມມະນາຄົມ, ການຄຸ້ມຄອງທີ່ດິນ ແລະ ສິ່ງແວດລ້ອມ, ການອອກແບບ ແລະ ຈັດສັນຜັງເມືອງ, ການສະເໜີລົງທຶນກິດຈະການໂຮງຮຽນ, ໂຮງໝໍ ແລະອື່ນໆ.

ໃນໂອກາດນີ້, ທ່ານປະທານກອງປະຊຸມ ໄດ້ຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນແມ່ນ:

+ ໃຫ້ກະຊວງກ່ຽວຂ້ອງແຕ່ງຕັ້ງພະນັກງານຂະແໜງການຂອງຕົນ ລົງສົມທົບກັບທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ຈັັດຕັ້ງປະຕິບັດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຕົນ ໃຫ້ມີຜົນສຳເລັດເປັນກ້າວໆ.

+ ໃຫ້ຂະແໜງການກ່ຽວຂ້ອງ ຄົ້ນຄວ້າ ແລະ ປະຕິບັດນະໂຍບາຍຕ່າງໆຕໍ່ການພັດທະນາເຂດ ໃຫ້ແທດເໝາະກັບສະພາບເງື່ອນໄຂຕົວຈິງຕື່ມ.

+ ໃຫ້ ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ເປັນໃຈກາງຕິດຕາມ, ກວດກາ ແລະ ຊຸກຍູ້ການພັດທະນາເຂດ ໃຫ້ສາມາດດຳເນີນແຜນການທີ່ກຳນົດໄວ້.

+ ໃຫ້ຜູ້ພັດທະນາ ສືບຕໍ່ພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ມີຄວາມຄືບໜ້າໄວກວ່າເກົ່າ ໃຫ້ກາຍເປັນຕົວເມືອງໃໝ່, ເປັນເຂດທີ່ໜ້າຢູ່, ໜ້າທ່ອງທ່ຽວ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເປັນບ່ອນສ້າງວຽກເຮັດງານທຳ, ເປັນຖານເກັບລາຍຮັບທີ່ສຳຄັນເຂົ້າງົບປະມານແຫ່ງລັດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໂດຍລວມຂອງປະເທດ ກໍຄື ແຂວງຫຼວງນໍ້າທາ ໃຫ້ມີການພັດທະນາຫຼາຍຂຶ້ນກວ່າເກົ່າ.

+ ໃຫ້ຜູ້ພັດທະນາ ສືບຕໍ່ສະໜັບສະໜູນ, ອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືກັບ ຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາຄົງຄ້າງຕ່າງໆທີ່ໄດ້ປຶກສາຫາລືກັນ ໃນກອງປະຊຸມຄັ້ງວັນທີ 29 ພຶດສະພາ 2022 ທີ່ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໃຫ້ສຳເລັດເປັນກ້າວໆ.