ພັອ ສາຍສະໝອນ ພາລາມີໄຊ ຮອງຫົວໜ້າກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ໃນວັນທີ 22 ມິຖຸນາ 2022 ກ່ຽວກັບການສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື ການສະຫຼອງ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ໃນປີ 2022 ຢ່າງເປັນ ຂະບວນຝົດຟື້ນ ວ່າ:

ໃນຕໍ່ໜ້າ, ກຳລັງສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ລາວ ກັບ ກຳລັງສັນຕິບານ ກະຊວງປ້ອງກັນຄວມສະຫງົບ ສສ ຫວຽດນາມ ຈະສືບຕໍ່ຮ່ວມມືຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສອງປະເທດ.

ໃນຕໍ່ໜ້າ, ສອງກຳລັງສັນຕິບານ ລາວ-ຫວຽດນາມ ຈະສືບຕໍ່ຮ່ວມມືປະສານສົມທົບກັນ ຈັດຕັ້ງປະຕິບັດແຜນການເຕັກນິກວິຊາສະເພາະ ພ້ອມທັງລົງເຄື່ອນໄຫວວຽກງານວິຊາສະເພາະ ຮ່ວມກັນກັບ ສູນເຕັກວິຊາສະເພາະ ສສ ຫວຽດນາມ ປະຈຳ ສປປ ລາວ ເຮັດໜ້າທີ່ໃນການຮັກສາຄວາມສະຫງົບຢູ່ເຂດຈຸດສຸມຫຼ່ໍແຫຼມ.

ພ້ອມທັງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ສສ ຫວຽດນາມ ເພື່ອແນໃສ່ແກ້ບັນຫາການເຂົ້າ-ອອກເມືອງ, ລັກແຕ່ງດອງ, ລັກປະກອບອາຊີບ, ການຕັ້ງພູມລໍາເນົາບໍ່ຖືກຕ້ອງລຽບຕາມຊາຍແດນ ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສອງປະເທດ. ນອກນີ້, ຍັງໄດ້ຮ່ວມມືໃນຂົງເຂດບຳລຸງ-ກໍ່ສ້າງພະນັກງານໃນລະດັບຕ່າງໆ ທາງດ້ານວິຊາສະເພາະ ເພື່ອຮັບປະກັນໄດ້ທັງປະລິມານ ແລະ ຄຸນນະພາບ.

ຕະຫຼອດໄລຍະຜ່ານມາ, ທັງສອງຝ່າຍໄດ້ເອົາໃຈໃສ່ປະສານສົມທົບກັນ ຈັດຕັ້ງປະຕິບັດແຜນການເຕັກນິກວິຊາສະເພາະ ແນໃສ່ເຄື່ອນໄຫວເຮັດໜ້າທີ່ຮັກສາຄວາມສະຫງົບຢູ່ເຂດຈຸດສຸມຫຼ່ໍແຫຼມ ໂດຍສະເພາະແມ່ນບັນດາແຂວງພາກເໜືອຂອງລາວ ເປັນຕົ້ນ: ແຂວງໄຊສົມບູນ, ແຂວງຊຽງຂວາງ, ແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ແຂວງບໍລິຄໍາໄຊ.

ໄປຄຽງຄູ່ກັບ ການຮ່ວມມືໃນຂົງເຂດຄຸ້ມຄອງການເຂົ້າ-ອອກເມືອງ ແລະ ຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ໂດຍໄດ້ເອົາໃຈໃສ່ແລກປ່ຽນຂໍ້ມູນຂ່າວສານການເຂົ້າ-ອອກເມືອງ ປະສານສົມທົບແກ້ໄຂການກະທໍາຜິດກ່ຽວກັບ ການເຂົ້າ-ອອກເມືອງໄດ້ທັນເວລາ, ເປັນເຈົ້າການຜັນຂະຫຍາຍບັນດາວິທີການວິຊາສະເພາະ ຕໍ່ສູ້ກັບພວກຄົນບໍ່ດີເປົ້າໝາຍກໍ່ການຮ້າຍແລກປ່ຽນ ແລະ ສົ່ງ-ມອບພົນລະເມືອງທີ່ລະເມີດລະບຽບການເຂົ້າ-ອອກເມືອງຂອງແຕ່ລະປະເທດ ໃນການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ.