ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ 2 ວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ໃນວັນທີ 22 ມິຖຸນາ 2022, ປາຖະກະຖາໂດຍ ພົຈວ ວັນເຮືອງ ນັນທະຈັກ ອະດີດຄະນະພັກ ກະຊວງ ປກສ, ຮອງປະທານຄະນະກໍາມະການດ້ານການເມືອງ ແລະ ຄວາມໝັ້ນຄົງ ສະຖາບັນທິດສະດີ ສູນກາງພັກ, ມີຄະນະພັກ-ຄະນະບັນຊາກົມໃຫຍ່, ວິທະຍາຄານ ພ້ອມດ້ວຍກອງບັນຊາການ, ກົມກອງອ້ອມຂ້າງ, ປກສ ນະຄອນຫຼວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງ ກະຊວງ ປກສ ເຂົ້າຮ່ວມ.

ພົຈວ ປອ ວັນເຮືອງ ນັນທະຈັກ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອປະຫວັດສາດຂອງການພົວພັນຮ່ວມມື ມາແຕ່ຍາວນານຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ພາຍໃຕ້ການນໍາພາຂອງຜູ້ນໍາສອງປະເທດ ທີ່ມີຄວາມກ້າຫານສະຫຼາດສ່ອງໃສເປັນຈິດໜຶ່ງໃຈດຽວກັນ ພ້ອມກັນຕໍ່ສູ້ເພື່ອປົດປ່ອຍປະເທດຊາດ, ຍາດເອົາເອກະລາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະເທດຂອງຕົນຂຶ້ນ.

ການພົວພັນຮ່ວມມື ກາຍເປັນຕົວແບບທີ່ຍິ່ງໃຫຍ່, ໄດ້ຖະນຸຖະໜອມເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບອັນຍິ່ງໃຫຍ່ ແລະ ການພົວພັນຮ່ວມມືແບບພິເສດ ຢ່າງສະເໝີຕົ້ນສະເໝີປາຍ ແຕ່ປີ 1962 ເປັນຕົ້ນມາ ແລະ ຄວາມສາມັກຄີເປັນພີ່ນ້ອງລະຫວ່າງສອງຊາດ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະລະເລືອດເນື້ອ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາໄຊຊະນະຕໍ່ສັດຕູຕົວດຽວກັນ ທີ່ເຕັມໄປດ້ວຍນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດພວກເຮົາ ໃນພາລະກິດຕໍ່ສູ້ກູ້ຊາດ ເຊິ່ງໄດ້ກາຍເປັນພື້ນຖານຄວາມສາມັກຄີອັນໝັ້ນແກ່ນ ແລະ ສາຍພົວພັນຮ່ວມມືຍາວນານໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຈົນມາຮອດປັດຈຸບັນ, ສາຍພົວພັນ ແລະ ການຮ່ວມມື ລາວ-ຫວຽດນາມ ເຊິ່ງໄດ້ກາຍເປັນພື້ນຖານຂອງການພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ.

ການປາຖະກະຖາຄັ້ງນີ້ ເພື່ອເປັນການສຶກສາອົບຮົມ, ໂຄສະນາ ແລະ ເຜີຍແຜ່ໃຫ້ພະນັກງານຂັ້ນນໍາພາ-ບັນຊາ ແລະ ພະນັກງານ-ນັກຮົບ ອ້ອມຂ້າງ ກະຊວງ ປກສ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງເລິກເຊິງໜັກແໜ້ນ, ພ້ອມກັນສືບຕໍ່ປົກປັກຮັກສາ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງ ສອງຊາດ ໃຫ້ໝັ້ນຄົງຂະໜົງແກ່ນ, ເປັນສິ່ງທີ່ສຳຄັນທີ່ສຸດທີ່ພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈະໄດ້ສືບຕໍ່ໃນການພົວພັນຮ່ວມມື, ແລກປ່ຽນບົດຮຽນນໍາກັນຢ່າງຮອບດ້ານ, ສ້າງຄວາມເຊື່ອໝັ້ນເຊິ່ງກັນແລະກັນ ພ້ອມກັນປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມ.