ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 22 ມິຖຸນາ 2022, ເປັນປະທານໂດຍ ພົທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕາງໜ້າໃຫ້ ກະຊວງປ້ອງກັນຄວາມສະຫງົບ ຂຶ້ນຊີ້ແຈງຕໍ່ຄໍາຊັກຖາມ ພາຍຫຼັງທີ່ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄຳເຫັນກ່ຽວກັບ ການປະຕິບັດກົດໝາຍຂອງ ອົງການສືບສວນ-ສອບສວນ.

ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ໄດ້ຊີ້ແຈງຕໍ່ສະພາແຫ່ງຊາດ ກ່ຽວກັບ ການປະຕິບັດກົດໝາຍຂອງ ອົງການສືບສວນ-ສອບສວນ ໃນການກັກຕົວ ຕາມມາດຕາ 138, ການກັກຕົວ ຕາມມາດຕາ 139 ແລະ ການກັກຂັງພາງ ຕາມມາດຕາ 142 ຂອງກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງ ກະຊວງປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ ເພື່ອເປັນການຢັ້ງຢືນຕື່ມຕໍ່ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ຂອງອົງການສືບສວນ-ສອບສວນ ທີ່ຕິດພັນກັບວຽກງານວິຊາສະເພາະໃນການຈັດຕັ້ງປະຕິບັດ ຫຼື ນໍາໃຊ້ 7 ມາດຕະການສະກັດກັ້ນ ທີ່ກໍານົດໃນໝວດທີ IV, ມາດຕາ 136 ຂອງກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ໂດຍທ່ານໄດ້ກ່າວວ່າ:

ກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດເຊື່ອມຊຶມ, ກໍາແໜ້ນ ແລະ ອອກນິຕິກໍາໃຕ້ກົດໝາຍ, ສ້າງປື້ມຄູ່ມື, ຫັນເປັນແຜນການ ແລະ ໂຄງການ ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເຊັ່ນ: 7 ມາດຕະການທີ່ກົດໝາຍກໍານົດ ລວມມີ ການພາຕົວ, ການກັກຕົວ, ການຈັບຕົວ, ການກັກຂັງພາງ, ປ່ອຍຕົວພາງ, ການຄຸມຕົວຢູ່ກັບທີ່ ແລະ ການງົດໜ້າທີ່ ຫຼື ຕໍາແໜ່ງ.

ເຊິ່ງຕະຫຼອດໄລຍະທີ່ຜ່ານມາ, ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ຢ່າງເຂັ້ມງວດ, ປະຕິບັດບົດບັນທຶກ 4 ພາກສ່ວນ ຄື: ກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ, ອົງການໄອຍະການປະຊາຊົນສູງສຸດ ແລະ ສານປະຊາຊົນສູງສຸດ. ພ້ອມທັງ ຍັງໄດ້ປະຕິບັດມະຕິ, ຄໍາສັ່ງ, ຄໍາແນະນໍາ ແລະ ບັນດານິຕິກໍາອື່ນໆທີ່ກ່ຽວຂ້ອງໃນການດໍາເນີນຄະດີ, ໄດ້ນໍາເອົານິຕິກໍາດັ່ງກ່າວ ຜັນຂະຫຍາຍເປັນແຜນງານອັນລະອຽດເຂົ້າໃນຂົງເຂດວຽກງານການດໍາເນີນຄະດີຂອງ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດ, ປະຕິບັດສິດໜ້າທີ່ ແລະ ກົດໝາຍຖືກຕ້ອງ.

ກະຊວງປ້ອງກັນຄວາມສະຫງົບ ໄດ້ສ້າງນິຕິກໍາເປັນອັນສະເພາະໃນການຄຸ້ມຄອງ, ຕິດຕາມ ແລະ ກວດກາການດໍາເນີນຄະດີ ເປັນຕົ້ນແມ່ນ ຂໍ້ຕົກລົງຂອງ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດ, ຄໍາສັ່ງວ່າດ້ວຍ ການຊີ້ນໍາ-ນໍາພາຕິດຕາມກວດກາ ແລະ ແນະນໍາກຳລັງຕໍາຫຼວດຂອງ ອົງການສືບສວນ-ສອບສວນ, ຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ໃນການເຄື່ອນໄຫວດໍາເນີນຄະດີສືບສວນ-ສອບສວນ ແລະ ໄດ້ອອກນໍາສັ່ງແນະນໍາວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ໃນການສືບສວນ-ສອບສວນຄະດີ ຈໍານວນຫຼາຍສະບັບ.

ຜ່ານການຈັດຕັ້ງປະຕິບັດໃນການດໍາເນີນຄະດີ ໃນປີ 2021 ເຖິງ 6 ເດືອນຕົ້ນປີ 2022 ສາມາດດໍາເນີນຄະດີທີ່ເກີດຂຶ້ນໄດ້ 7.948 ລາຍ, ສາມາດມ້າງຄະດີໄດ້ 5.743 ລາຍ, ຜູ້ຖືກຫາ 8.901 ຄົນ ຍິງ 882 ຄົນ; ໃນນີ້, ຄົນຕ່າງປະເທດ 175 ຄົນ ຍິງ 17 ຄົນ ແລະ ສາມາດແກ້ໄຂ ຫຼື ດໍາເນີນຄະດີສໍາເລັດ 5.656 ລາຍ, ຜູ້ຖືກຫາ 7.708 ຄົນ ຍິງ 888 ຄົນ, ຕ່າງປະເທດ 178 ຄົນ ຍິງ 18 ຄົນ.

ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX

ເພື່ອຮັບປະກັນການຈັດຕັ້ງປະຕິບັດ ບັນດາມາດຕະການສະກັດກັ້ນຕາມກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ໃຫ້ເຂົ້າສູ້ລວງເລິກ, ກວ້າງຂວາງ ແລະ ຖືກຕ້ອງຕາມກົດໝາຍ ຕາມແນວທາງ ແລະ ຫຼັກການວິຊາສະເພາະ, ທາງກະຊວງປ້ອງກັນຄວາມສະຫງົບ ຈະນໍາເອົາຜົນສໍາເລັດກອງປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດ ເພື່ອປັບປຸງແກ້ໄຂຕາມທິດ ດັ່ງນີ້:

ຈະຍົກສູງວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ແກ່ນາຍ ແລະ ພົນຕໍາຫຼວດເປັນກົກ, ຖືເປັນບັນຫາຮາກຖານທີ່ສໍາຄັນ ໂດຍສະເພາະແມ່ນ ເຈົ້າໜ້າທີ່ຢູ່ໃນຂົງເຂດທີ່ເຮັດວຽກງານສືບສວນ-ສອບສວນ ເພື່ອໃຫ້ເຂົາເຈົ້າມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ມີຈັນຍາບັນ, ຈັນຍາທໍາ, ເປັນກໍາລັງຕໍາຫຼວດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດອັນຊອບທໍາຂອງປະຊາຊົນ.

ຮັບປະກັນເຮັດສໍາເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ, ການຊີ້ນໍາ-ນໍາພາວຽກງານຂອງ ອົງການສືບສວນ-ສອບສວນ ໂດຍສະເພາະແມ່ນນໍາໃຊ້ມາດຕະການທີ່ກົດໝາຍກໍານົດໃຫ້ຖືກຕ້ອງ, ສອບຄ່ອງ ເພື່ອນໍາເອົາຜູ້ກະທໍາຜິດມາລົງໂທດຕາມລະບຽບກົດໝາຍ, ສືບຕໍ່ສ້າງຄວາມເຂັ້ມແຂງບໍາລຸງຍົກລະດັບໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ໃຫ້ກໍາແໜ້ນກົດໝາຍແນວທາງຫຼັກການວິຊາສະເພາະ ການເປັນອົງການທີ່ມີຄວາມເຂັ້ມແຂງທາງດ້ານກົດໝາຍ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ເກັ່ງທາງດ້ານວິຊາສະເພາະ, ມີລະບຽບວິໄນ ແລະ ທັນສະໄໝ.