ທ້າວ ຈາມົວ ( ຈຳເລີຍ ) ອາຍຸ 27 ປີ ຢູ່ບ້ານໜອງສອງຫ້ອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຖືກຄະນະສານອາຍາ ແຂວງຄຳມ່ວນ ຕັດສິນຈຳຄຸກ 7 ປີ ພ້ອມທັງປັບໃໝ 10 ລ້ານ ກີບ. ໃນສະຖານການຂົນສົ່ງຄັນຊາແຫ້ງ 90 ແທ່ງ ນໍ້າໜັກ 69 ກິໂລກຼາມ.

ໄອຍະການປະຊາຊົນແຂວງຄຳມ່ວນ ໄດ້ຖະແຫຼງສໍານວນຄະດີຕໍ່ຄະນະສານໄດ້ຮັບຮູ້ໃນວັນທີ 13 ມິຖຸນາ 2022, ຄະດີດັ່ງກ່າວເກີດຂຶ້ນໃນຄັ້ງວັນທີ 2 ພະຈິກ 2021 ໃນຂະນະທີ່ທ້າວ ຈາມົວ (ຈຳເລີຍ) ໄດ້ຂັບຂີ່ລົດຮຸນໄດ ຍີ່ຫໍ້ລີບີໂລ້ ສີຂາວ ປ້າຍທະບຽນ ກຂ 6032 ຈຳປາສັກ ໄປຮັບເອົາຄັນຊາຢູ່ຢູ່ເຮືອນຂອງທ້າວ ເສີຊົງ ປະຊາຊົນເມືອງຄຳເກີດ ແຂວງບໍລິຄຳໄຊ ເພື່ອໄປສົ່ງໃຫ້ຜູ້ຮ່ວມຂະບວນການຢູ່ທາງແບ່ງຫຼັກຊາວ. ພໍຜູ້ກ່ຽວຂັບຂີ່ລົດມາ ຮອດຈຸດກວດກາ, ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ປກສ ເມືອງຄູນຄຳ ແຂວງຄຳມ່ວນ ໄດ້ສັ່ງຢຸດກວດເອກະສານ ແລະ ທຳການຂໍກວດກາລົດຄັນດັ່ງກ່າວ ແລະ ພົບພົບເຫັນຄັນຊາແຫ້ງ ຈຳນວນ 90 ແທ່ງ ນ້ຳໜັກ 69 ກິໂລກຼາມ. ດັ່ງນັ້ນ; ທາງເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວຜູ້ກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆທີ່ມີຢູ່ໃນສຳນວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສ ເຫັນວ່າ ມີຂໍ້ ມູນຫຼັກຖານໜັກແໜ້ນພຽງພໍທີ່ສາມາດຢັ້ງຢືນວ່າ: ທ້າວ ຈາມົວ ( ຈຳເລີຍ ) ແມ່ນມີ ເຈຕະນາກະທຳຜິດໃນສະຖານການຂົນສົ່ງກັນຊາແຫ່ງ ຕາມມາດຕາ 318 ວັກ 5 ຂອງປະມວນກົດໝາຍອາຍາ ທີ່ລະບຸ ໄວ້ວ່າ: ບຸກຄົນໃດຫາກຜະລິດ, ຄ້າຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນຳເຂົ້າ, ສົ່ງອອກ ຫຼື ນໍາຄັນຊາແຫ້ງຜ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ເພື່ອຄ້າຂາຍເປັນອາຈີນ ຫຼື ມີ ການຈັດຕັ້ງເປັນກຸ່ມ ຫຼື ມີຄັນຊາແຫ້ງ ເກີນກວ່າສິບ (10) ກິໂລກຼາມຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 5 ປີ ຫາ 10 ປີ ແລະ ຈະຖືກປັບໃໝແຕ່ 20.000.000 ກີບ ຫາ 50.000.000 ກີບ.

ດັ່ງນັ້ນ, ສານຈຶ່ງເຫັນຄວນໃຫ້ຜູ້ ກ່ຽວມີຄວາມຮັບຜິດຊອບທາງອາຍາ ຕາມລະບຽບກົດໝາຍລົງໂທດຕັດອິດ ສະຫຼະພາບ ທ້າວ ຈາມົວ ( ຈຳເລີຍ )ຈຳຄຸກ 7 ປີ ພ້ອມທັງປັບໃໝ 10.000. 000 ກີບ.

ສ່ວນຜູ້ຮ່ວມຂະບວນການປັດຈຸ ບັນທາງເຈົ້າໜ້າທີ່ວິຊາສະເພາະ ໄດ້ຂະຫຍາຍຜົນຕິດຕາມນຳຈັບຕົວພວກກ່ຽວມາດຳເນີນຄະດີຕາມລະບຽບກົດໝາຍ.