ວັນທີ 17 ມິຖຸນາ ຜ່ານມາ, ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມອບລົດຮຸນໄດຄືນເຈົ້າຂອງເດີມ, ເຊິ່ງລົດຄັນດັ່ງ ກ່າວແມ່ນລົດຂອງ ທ່າວ ອາຊ່ອງ ອາຍຸ 55 ປີ ພັກເຊົາຢູ່ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ແຂວງວຽງຈັນ ທີ່ຖືກລັກໄປ ໃນວັນທີ 28 ມີນາ 2022.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນວັນທີ 17 ພຶດສະພາ 2022, ປກສ ເມືອງໂພນໂຮງ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ມີລົດກະບະຮຸນໄດ ສີຂາວ ລຸ້ນ H 100 ຈໍານວນ 1 ຄັນ ບໍ່ຮູ້ວ່າແມ່ນລົດຂອງໃຜໄດ້ຂີ່ເຂົ້າໄປທາງຄອງເໜືອງ ເຂດບ້ານໂພນງາມເໜືອ ເມືອງໂພນໂຮງ ແລ້ວໄດ້ໄປຄາຕົມຢູ່ແຄມທົ່ງນາເຂດບ້ານດັ່ງກ່າວ ແລະ ສົງໄສວ່າລົດຄັນດັ່ງກ່າວຈະມາເຄື່ອນໄຫວລັກຊັບ ຈຶ່ງແຈ້ງເຈົ້າໜ້າທີ່ລົງກວດກາ. ຜ່ານການລົງກວດກາ ລົດຄັນດັ່ງກ່າວແມ່ນບໍ່ມີເອກະສານ, ບໍ່ມີຄົນຂັບຂີ່. ເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ເອົາລົດຄັນດັ່ງກ່າວມາຮັກສາໄວ້ຢູ່ພະແນກຕໍາຫຼວດກອງບັນຊາການ ປກສ ເມືອງໂພງໂຮງ ເພື່ອກວດກາຄືນຄວາມຖືກຕ້ອງ. ຜ່ານການກວດກາເລກຈັກ, ເລກຖັງຂຶ້ນທະບຽນຖືກຕ້ອງ, ເຊິ່ງອອກຊື່: ນາງ ນົງ ພົມມະຈັນ ຄ້າຂາຍຢູ່ບ້ານຫີນ ເຫີບໃຕ້ ເມືອງຫີນເຫີບ ແຂວງວຽງຈັນ, ເຊິ່ງເປັນນ້ອງໃພ້ຂອງ ທ້າວ ອາຊ່ອງ ທີ່ນຳໃຊ້ເພື່ອສົ່ງເຄື່ອງ.

ມາໃນວັນທີ 17 ມິຖຸນາ 2022, ປກສ ເມືອງໂພນໂຮງ ແຂວງວຽງຈັນ ຈຶ່ງມອບລົດຄັນດັ່ງກ່າວຄືນໃຫ້ເຈົ້າຂອງເດີມ, ຕາງໜ້າມອບລົດຈັກ ດັ່ງກ່າວໂດນ ພັທ ແສງທອງ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ ແຂວງວຽງຈັນ ຕາງໜ້າຮັບໂດຍ ທ້າວ ອາຊ່ອງຄ້າຂາຍພັກເຊົາຢູ່ບ້ານຫີນເຫີບໃຕ້ ເມືອງຫີນເຫີບ ແຂວງວຽງຈັນ.