ໃນວັນທີ 15 ມິຖຸນາ 2022 ຜ່ານມາ, ທ່ານ ສຈ.ປອ ກິແກ້ວ ໄຂຄໍາພິທູນ ຮອງນາຍົກ ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ, ຕິດຕາມຊຸກຍູ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຕ້ານການຄ້າມະນຸດຢູ່ແຂວງຫຼວງນໍ້າທາ ຕ້ອນຮັບໂດຍທ່ານ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ພ້ອມດ້ວຍຄະນະ, ມີບັນດາຜູ້ແທນ ປກຊ-ປກສ ເຂົ້າ ຮ່ວມ.

ກອງປະຊຸມໄດ້ຮັບຟັງບົດລາຍງານສະພາບຕ່າງໆພາຍໃນແຂວງຫຼວງນໍ້າທາ, ເຊິ່ງເປັນແຂວງໜຶ່ງທີ່ມີຊາຍແດນຕິດຈອດກັບ ສປ ຈີນ ຄວາມຍາວ 153 KM ມີປະຕູດ່ານເຂົ້າອອກ 3 ແຫ່ງ ແລະ ມີຊາຍແດນຕິດຈອດກັບມຽນມາ ມີຄວາມຍາວ 130 KM ຈຶ່ງເປັນສາຍເຫດໃຫ້ຄົນບໍ່ດີຈໍານວນໜຶ່ງ ເຂົ້າມາແອບແຝງເຄື່ອນໄຫວດ້ວຍຫຼາຍຮູບການຄື: ຕົວະຍົວະ, ຫຼອກຫຼວງ ແລະ ຊັກຊວນເອົາເອື້ອຍນ້ອງແມ່ຍິງຢູ່ບັນດາແຂວງໄປທ່ອງທ່ຽວ, ຢ້ຽມ ຢາມ, ຄ້າຂາຍ, ແຕ່ງດອງ ຫຼື ໝັ້ນໝາຍແອບແຝງ, ອອກແຮງງານໃນຮູບແບບຖືກກົດໝາຍ ແລະ ບໍ່ຖືກກົດໝາຍ ແລ້ວຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນຮູບແບບຕ່າງໆ ເປັນຕົ້ນການຂູດຮີດແຮງງານ, ຂູດຮີດທາງເພດ ແລະອື່ນໆ. ເປົ້າໝາຍຂອງການຄ້າມະນຸດສ່ວນຫຼາຍແມ່ນຢູ່ຊົນນະ ບົດ, ເຂດຊານເມືອງ ແລະ ເປັນຊົນເຜົ່າທີ່ຮູ້ເທົ່າບໍ່ເຖິງການ. ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານການຄ້າມະນຸດແຂວງຫຼວງນໍ້າທາ ໄດ້ດໍາເນີນຄະດີຕໍ່ຜູ້ກະທໍາຜິດ 39 ເລື່ອງ, ຜູ້ຖືກຫາ 72 ຄົນ ຍິງ 21 ຄົນ (ຕ່າງປະເທດ 5 ຄົນ). ໃນນີ້, ຄະດີຄ້າມະນຸດ 8 ເລື່ອງ, ຜູ້ຖືກຫາ 13 ຄົນ ຍິງ 5 ຄົນ, ຕ່າງປະເທດ 2 ຄົນ; ທໍາມິດສະຈານ 16 ເລື່ອງ, ຜູ້ຖືກຫາ 30 ຄົນ ຍິງ 14 ຄົນ; ການທໍາສໍາເລົາ ເດັກ 3 ເລື່ອງ, ຜູ້ຖືກຫາ 2 ຄົນ; ທໍາອານາຈານ 1 ເລື່ອງ, ຜູ້ຖືກຫາ 4 ຄົນ; ຂົ່ມຂືນທໍາຊໍາເລົາ 4 ເລື່ອງ, ຜູ້ຖືກຫາ 5 ຄົນ; ຂົນ ຂວາຍຄົນເຂົ້າ-ອອກປະເທດ ແບບຜິດກົດໝາຍ 7 ເລື່ອງ, ຜູ້ຖືກຫາ 18 ຄົນ ຍິງ 2 ຄົນ, ຕ່າງ ປະເທດ 3 ຄົນ.

ໃນກອງປະຊຸມ, ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວຄໍາຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ແລະ ໄດ້ເນັ້ນໜັກໃຫ້ຄະ ນະກໍາມະການຕ້ານການຄ້ານມະ ນຸດຂັ້ນແຂວງ, ຂັ້ນເມືອງລົງໂຄ ສະນາສຶກສາອົບຮົມໃຫ້ພໍ່-ແມ່ ປະຊຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈຕໍ່ຜົນຮ້າຍຂອງການຄ້າະນຸດ. ພ້ອມ ກັນມີສະຕິລະວັງຕົວ ບໍ່ໃຫ້ຕົກເຂົ້າໃນເປົ້າໝາຍຂອງກຸ່ມຄົນບໍ່ດີທີ່ມາເຄື່ອນໄຫວຕົວະຍົວະຫຼອກຫຼວງ. ພ້ອມດຽວກັນນັ້ນ, ກໍໃຫ້ມີມາດຕະການທາງດ້ານກົດໝາຍຢ່າງເຂັ້ມງວດຕໍ່ຜູ້ກະທໍາ ຜິດ, ຜູ້ລະເມີດ ແລະ ຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວກໍ່ການກະທໍາຜິດຢູ່ ສປປ ລາວ.