ໃນລະຫວ່າງວັນທີ 22-26 ມິຖຸນາ 2022, ທ່ານ ຣາຈກູມາ ຣານຈັ່ນ ຊິ່ງ (Rajkumar Ranjan Singh) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນເດຍ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ເພື່ອສືບຕໍ່ຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ສປປ ລາວ ແລະ ສ ອິນເດຍ.

ໃນວັນທີ 23 ມິຖຸນາ ນີ້ ທ່ານ ຣາຈກູມາ ຣານຈັ່ນ ຊິ່ງ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ໂດຍທ່ານໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສອງຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ ແລະ ສ ອິນເດຍ, ພ້ອມທັງໄດ້ອວຍພອນໃຫ້ການຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ຂອງຄະນະຜູ້ແທນອິນເດຍ ໃນຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໝາຍ.

ໃນໂອກາດການຢ້ຽມຢາມຄັ້ງນີ້ກໍໄດ້ມີກອງປະຊຸມພົບປະ ລະຫວ່າງ ສອງກະຊວງການຕ່າງປະ ເທດ ສປປ ລາວ ແລະ ສ ອິນເດຍ, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຣາຈກູມາ ຣານຈັ່ນ ຊິ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ອິນເດຍ.

ໃນການພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ເປັນມູນເຊື້ອ ລະຫວ່າງສອງປະເທດ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ທີ່ໄດ້ຮັບການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດໄລຍະຜ່ານມາ ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 2 ກຸມພາ 1956 ຈົນເຖິງປັດຈຸບັນ, ໃນປີ 2021 ໃນໂອກາດຄົບຮອບ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ສອງຝ່າຍໄດ້ຮ່ວມກັນຈັດຫຼາຍກິດຈະກໍາສະເຫຼີມສະຫຼອງຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລື ແລະ ທົບທວນຄືນ ກ່ຽວກັບການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ, ເປັນຕົ້ນແມ່ນການຊຸກຍູ້ການພົວພັນຮ່ວມມືທາງດ້ານປ້ອງກັນຊາດ, ດ້ານການສຶກສາ, ດ້ານວັດທະນະທໍາ, ດ້ານກະສິກໍາ, ດ້ານສາທາລະນະສຸກ, ດ້ານການຄ້າ ແລະ ການລົງທຶນ. ນອກຈາກນີ້, ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນຂອງແຕ່ລະປະເທດ ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຜູ້ແທນ ສ ອິນເດຍ ຍັງຈະໄດ້ພົບປະເຮັດວຽກກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມງານສໍາຄັນອື່ນໆ ເປັນຕົ້ນ: ເຂົ້າຢ້ຽມຂໍ່ານັບລັດຖະມົນ ຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ເຂົ້າຮ່ວມພິທີວາງສີລາລືກ ໂຄງການກໍ່ສ້າງອ່າງເກັບນໍ້າ ໄຊຍະບູລີ ແບບທາງໄກ, ພິທີມອບ-ຮັບ ສູນພັດທະນາຜູ້ປະກອບການກິດຈະການ ພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານອິນເດຍ ນອກ ນີ້, ຄະນະຜູ້ແທນ ສ ອິນເດຍ ຍັງຈະເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈໍາປາສັກ ໂດຍຈະໄດ້ພົບປະກັບການນໍາແຂວງ ແລະ ຢ້ຽມຢາມບັນດາໂຄງການທີ່ລັດຖະບານອິນເດຍ ໃຫ້ການຊ່ວຍເຫຼືອ ແລະ ຈັດຕັ້ງປະຕິບັດຢູ່ແຂວງດັ່ງກ່າວ, ເປັນຕົ້ນໂຄງການປົກປັກຮັກສາ ແລະ ປະຕິສັງຂອນວັດພູຈໍາປາສັກ ໄລຍະ 2, ໂຄງການຊ່ວຍເຫຼືອປູກໝາກແໜ່ງຂຽວ ແລະ ອື່ນໆ.

ຂ່າວ-ພາບ: ກະຊວງການຕ່າງປະເທດ