ໃນວາລະຂອງການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຊຸດທີ IX ຂອງສະພາແຫ່ງຊາດ ຄັ້ງວັນທີ 21 ມິຖຸນາ 2022, ເຊິ່ງບັນດາສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ມີຄວາມສົນໃຈຊັກຖາມກ່ຽວກັບຄວາມສາມາດໃນການເຄື່ອນໄຫວເຮັດໜ້າທີ່ການເມືອງຂອງອົງການສືບ ສວນ-ສອນສວນ ກໍຄືເຈົ້າໜ້າທີ່ວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ ຕໍ່ການແກ້ໄຂບັນຫາຢາເສບຕິດໂດຍສະເພາະຕໍ່ກັບເຈົ້າໜ້າທີ່ຂົງເຂດສືບສວນ-ສອບສວນທີ່ອາດມີສ່ວນພົວພັນກັບຢາເສບຕິດທາງ ກະຊວງ ປກສ ຈະວາງມາດຕະການແນວໃດ ?.

ຕໍ່ກັບຄຳຊັກຖາມດັ່ງກ່າວ, ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ ໄດ້ຂຶ້ນຕອບຄຳຊັກຖາມວ່າ: “ ປັດຈຸບັນ, ກະ ຊວງປ້ອງກັນຄວາມສະຫງົບ ໄດ້ມີການປັບປຸງກົງຈັກການຈັດຕັ້ງ, ຍົກລະດັບບຸກຄະລາກອນໂດຍສຸມໃສ່ຂົງເຂດການສືບສວນ-ສອບສວນໃຫ້ໄດ້ຮັບການພັດທະນາສູງຂຶ້ນ; ສະເພາະສ່ວນທີ່ພົວພັນເຖິງການຄ້າ-ການຂາຍການຢູ່ເບື້ອງໜ້າ-ເບື້ອງຫຼັງ, ການປະຕິບັດໜ້າທີ່ແບບບໍ່ມີຄວາມເປັນທຳ ຫາກພວກເຮົາຮູ້ແມ່ນມີຄວາມເດັດຂາດປະຕິບັດວິໄນຢ່າງເຂັ້ມງວດເຖິງວ່າຊັ້ນສູງທໍ່ໃດກໍຕາມ. ຂໍພຽງແຕ່ວ່າເຮົາຮູ້ເຫັນວ່າມີການກະທຳຜິດດັ່ງກ່າວ ແຕ່ຫາກວ່າຜູ້ແທນທີ່ເຂົ້າຮ່ວມກອງປະຊຸມເຫັນ ຫຼື ມີບຸກຄົນໃດເຫັນຂໍໃຫ້ເອົາຂໍ້ມູນມາໃຫ້; ຄືທີ່ເຄີຍໄດ້ຢັ້ງຢືນນຳບັນດາທ່ານຜູ້ແທນວ່າ ” ຮູ້ມື້ເຊົ້າມື້ແລງກໍປະຕິບັດ ວິໄນໂລດ ” ”ແຕ່ຍ້ອນບໍ່ຮູ້, ດັ່ງນັ້ນຂໍສະເໜີຕໍ່ກອງປະຊຸມຄືແນວນັ້ນ.

ສຳລັບວຽກງານແກ້ໄຂບັນຫາຢາເສບຕິດກຳລັງປ້ອງກັນຄວາມສະຫງົບຂັ້ນສູງກາງ ແລະ ທ້ອງ ຖິ່ນ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າ ໃນການເຄື່ອນໄຫວຕາມຫຼັກການ ແລະ ວິທີການ ວິຊາສະເພາະ ນັບແຕ່ເດືອນກໍລະກົດ 2021 ເຖິງເດືອນພຶດສະພາ 2022 ສາມາດແກ້ໄຂມ້າງລາຍຄະດີຢາເສບຕິດໃນຂອບເຂດທົ່ວປະເທດ ໄດ້ 4.094 ເລື່ອງ, ຈັບຜູ້ຖືກຫາໄດ້ 5.818 ຄົນ ຍິງ 618; ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ສຳຫຼວດ ແລະ ທຳລາຍສວນຝິ່ນ 569 ເຮັກຕາ, ທຳລາຍສວນກັນຊາ 4,2 ເຮັກຕາ ແລະ ສ້າງບົດບັນທຶກຢຸດເຊົາການປູກຝິ່ນກັບ 12.859 ຄອບ ຄົວ.

ທີ່ຜ່ານມາ, ກະຊວງ ປກສ ກໍໄດ້ມີມາດຕະການຂໍ້ຫ້າມຕ່າງໆທີ່ກ່ຽວພັນກັບຢາເສບຕິດ ໂດຍ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 564/ປກສ ວັນ ທີ 3 ເມສາ 2019 ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດໃນມາດຕາ 7 ຂໍ້ຫ້າມສະເພາະ ຕໍ່ ນາຍ ແລະ ພົນຕຳຫຼວດ ໃນຂົງເຂດວຽກງານຄວາມ ເປັນລະບຽບຮຽບຮ້ອຍທາງສັງຄົມ ໃນຂໍ້ 7 ລະ ບຸໄວ້ວ່າ: ຫ້າມສວຍໃຊ້ສິດໜ້າທີ່ໃນການສະກັດ ກັ້ນ ແລະ ຕ້ານຢາເສບຕິດ ເພື່ອຫາຜົນປະໂຫຍດ ອັນບໍ່ຊອບທຳໂດຍການຮຽກຮ້ອງຮັບສິນບົນ ແລ້ວລະເວັ້ນ, ເມີນເສີຍຕໍ່ການປະຕິບັດໜ້າທີ່ ເຊັ່ນ: ກວດກາ, ຄຸ້ມຄອງ, ປິດບັງ, ຊຸກເຊື່ອງ ຫຼື ປັບໄໝແລ້ວອຳນວຍຄວາມສະດວກໃຫ້ແກ່ເປົ້າໝາຍຜະລິດ: ຄ້າຂາຍ, ຂົນສົ່ງ, ເສບ, ມີໄວ້ໃນຄອບຄອງຢາເສບຕິດທຸກປະເພດທີ່ກົດໝາຍເກືອດຫ້າມ.