ໃນວັນທີ 17 ມິຖຸນາ 2022 ທີ່ຜ່ານມານີ້, ພະແນກຕໍາຫຼວດຈະລາຈອນ ປກສ ແຂວງຄຳມ່ວນ ໄດ້ລົງໂຄສະນາກົດລະບຽບການສັນຈອນຕາມທ້ອງຖະໜົນຫຼວງໃຫ້ກັບພໍ່-ແມ່ປະຊາຊົນທີ່ຂຶ້ນກັບກຸ່ມຈອມແຈ້ງ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍການນຳພາຂອງ ພັທ ພູມາ ວັງມາລາດ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ, ອຳນາດການປົກຄອງບ້ານ ແລະ ພໍ່-ແມ່ປະຊາຊົນເຂົ້າຮ່ວມ.

ການໂຄສະນາໄດ້ນໍາເອົາດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການປັບໃໝ ແລະ ມາດຕະການອື່ນໆຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບການສັນ ຈອນທາງບົກ, ດຳລັດວ່າດ້ວຍກົດຈາລະຈອນທາງບົກ ໂດຍເນັ້ນໃສ່ລະບຽບກົດໝາຍສະບັບໃໝ່ຂອງການຂັບຂີ່ ແລະ ການປັບໃໝໃນການລະເມີດກົດລະບຽບ ເຊັ່ນ: ຖ້າຫາກວ່າຜູ້ຂັບຂີ່ລົດຈັກຫາກບໍ່ໃສ່ໝວກກັນກະທົບ, ຂັບຂີ່ລົດໃນເວລາມຶນເມົາ, ຂັບຂີ່ລົດໄວເກີນກໍານົດ, ຂັບຂີ່ລົດດ້ວຍຄວາມປະໝາດ, ບໍ່ເຄົາລົບກົດລະບຽບການສັນຈອນ, ພ້ອມທັງມີການດັດແປງສະພາບເຕັກນິກຂອງລົດ ແລະອື່ນໆທີ່ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນຫຼວງ. ນອກນັ້ນ, ຍັງໃຫ້ຮູ້ກ່ຽວກັບຄວາມໝາຍຄວາມສຳຄັນຂອງບັນດາປ້າຍເຕືອນ, ປ້າຍຫ້າມຕ່າງໆ ແລະ ບັນຫາການເພີ່ມຂຶ້ນຂອງຍານພາຫະນະທີ່ສົ່ງຜົນກະທົບເຮັດ ໃຫ້ການສັນຈອນຕາມທ້ອງຖະໜົນຫຼວງມີຄວາມແອອັດ. ພ້ອມນັ້ນກໍ່ເພື່ອເຮັດໃຫ້ອຳ ນາດການປົກ ຄອງບ້ານ, ພໍ່-ແມ່ປະຊາຊົນ ແລະ ນັກຮຽນ, ນັກສຶກສາພາຍໃນເຂດດັ່ງກ່າວໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ຜົນຮ້າຍຂອງການເກີດອຸບັດຕິເຫດທີ່ສົ່ງຜົນເສຍຫາຍທາງດ້ານສຸຂະພາບ, ຊີວິດ ແລະ ຊັບສິນ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດ-ໃຊ້ຖະ ໜົນ ໃຫ້ມີສະຕິຕື່ນຕົວເຄົາລົບລະບຽບກົດໝາຍ ເຮັດໃຫ້ການສັນຈອນຕາມທ້ອງຖະໜົນຫຼວງມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ, ເພື່ອຫຼີກລ່ຽງການເກີດອຸບັດຕິເຫດບົນທ້ອງຖະໜົນຫຼວງ ສໍາລັບຜູ້ທີ່ລະເມີດຄັ້ງທໍາອິດ ເຈົ້າໜາ້ທີ່ຕໍາຫຼວດຈະລາຈອນຈະໄດ້ສຶກສາອົບຮົມກ່າວເຕືອນ, ຖ້າລະເມີດຄັ້ງທີ 2 ຈະໄດ້ເຮັດບົດບັນ ທຶກພ້ອມວາງມາດຕະການຕໍ່ຜູ້ລະເມີດ, ຖ້າຍັງຝືນລະເມີດເປັນຄັ້ງທີ່ 3 ທາງເຈົ້າໜ້າທີ່ຈະໄດ້ ປັບໃໝຕາມລະບຽບກົດໝາຍທີ່ໄດ້ກຳນົດໄວ້.