ກອງປະຊຸມຊຸກຍູ້ການເກັບລາຍຮັບວິຊາການ ຜ່ານປະຕູດຽວ ແລະ ການສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງ ຫ້ອງພະລາທິການ ປກສ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ ຜ່ານມາ, ເປັນປະທານໂດຍ ພັທ ຄໍາສະໄໝ ສິດທິຊົນ ຫົວໜ້າຫ້ອງພະລາທິການ ປກສ ແຂວງ, ມີຄະນະຫ້ອງ, ຄະນະພະແນກ, ພະນັກງາານວິຊາການ ແລະ ແຂກຮັບເຊີນ ເຂົ້່າຮ່ວມ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານເນື້ອໃນຄຳສັ່ງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ດຳລັດ ວ່າດ້ວຍ ວິສາຫະກິດຮັກສາຄວາມປອດໄພ, ຄຳສັ່ງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການຄຸ້ມຄອງ ແລະ ການຈັດເກັບລາຍຮັບວິຊາການ ຜ່ານປະຕູດຽວ ຂອງກຳລັງປ້ອງກັນຄວາມສະຫງົບ ແລະ ຄຳນະນຳຂອງ ຫົວໜ້າກົມໃຫ່ຍພະລາທິການ ກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍ ການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການ ຜ່ານປະຕູດຽວ ຂອງກຳລັງປ້ອງກັນຄວາມສະຫງົບ.

ຈຸດປະສົົງ ເພື່ອເຮັດໃຫ້ການຄຸ້ມຄອງຕິດຕາມກວດກາ ການເກັບລາຍຮັບຄ່າທຳນຽມ, ຄ່າບໍລິການ, ຄ່າປັບໃໝ, ການຄຸ້ມຄອງ ຫັນເຂົ້າລວມສູນຜ່ານປະຕູດຽວ ໃນທົ່ວກໍາລັງປ້ອງກັນຄວາມສະຫງົບ, ນຳໄປຊຸກຍູ້, ຈັດຕັ້ງຜັນຂະຫຍາຍໃນກົມກອງຂອງຕົນ ໃຫ້ເປັນຮູບປະທຳ ແລະ ມີຜົນສຳເລັດ, ມີປະສິດຕິພາບ, ປະສິດທິຜົນ, ຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.