ໃນວັນທີ 16 ມິຖຸນາ ຜ່ານມາ, ແຂວງອຸດົມໄຊ ຈັດພິທີໄຫວ້ອາໄລ, ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ສສ ຫວຽດນາມ ກັບຄືນປະເທດ, ໂດຍ ມີທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າ ແຂວງອຸດົມໄຊ, ພົນຈັດຕະວາ ເຈີນ ຫງັອກຕ້ວນ ຮອງຫົວໜ້າການເມືອງກອງບັນຊາການທະ ຫານເຂດ 2, ຫົວໜ້າຊີ້ນຳ 515 ແລະ ພົຈວ ສີທາ ດວງມາລາ ຫົວໜ້າກົມພະນັກງານກະຊວງປ້ອງກັນປະເທດຜູ້ຕາງໜ້າຄະນະປະຕິບັດງານພິເສດລັດຖະບານລາວ, ມີບັນດາທ່ານຜູ້ຕາງໜ້າຈາກຄະນະປະຕິບັດງານພິເສດ 6 ແຂວງພາກເໜືອ ພ້ອມດ້ວຍການນໍາຈາກພາກສ່ວນຕ່າງໆ ແລະ ສະມາຄົມຫວຽດນາມ ເຂົ້າຮ່ວມ.

ການມອບ-ຮັບອັດຖິຂອງນາຍ ແລະ ພົນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດແມ່ນຜ່ານການເຄື່ອນໄຫວສຳຫຼວດຂໍ້ມູນ, ຊອກຫາ ເເລະ ຂຸດຄົ້ນອັດຖິຂອງນາຍ ແລະ ພົນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະລະຊີວິດຢູ່ຜືນແຜ່ນດິນລາວໃນໄລຍະຕໍ່ສູ້ກູ້ຊາດ ເພື່ອປົດປ່ອຍປະເທດລາວ. ການລົງສຳຫຼວດ, ເກັບກຳຂໍ້ມູນ, ການຊອກຫາຂຸດຄົ້ນທ້ອນໂຮມ ແລະ ການເຄື່ອນຍ້າຍອັດຖິຂອງນາຍ ແລະ ພົນທະຫານອາສາສະໝັກ ແລະ ຊ່ຽວຊານຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ທີ່ເສຍສະຫຼະຊີວິດໃນໄລຍະຕໍ່ສູ້ກູ້ຊາດ ເພື່ອປົດປ່ອຍປະເທດລາວຢູ່ 6 ແຂວງພາກເໜືອຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ໂດຍການປະສານສົມທົບກັນກັບກອງປະຕິບັດງານພິເສດທະຫານເຂດ 2 ກອງທັບປະຊາຊົນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມປະຈຳພາກເໜືອແຂວງ ອຸດົມໄຊ ແຕ່ປີ 1994 ເຖິງປັດຈຸບັນເປັນເວລາ 28 ປີ, ເຊິ່ງສາມາດກວດກາ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິໄດ້ຈຳນວນ 1.792 ອັດຖິ. ໃນນັ້ນ, ຮູ້ຊື່, ທີ່ຢູ່ ແລະ ບ້ານເກີດເມືອງນອນ ຈໍານວນ 362 ອັດຖິ. ສົ່ງກັບຄືນ ປະເທດທັງໝົດ 1.784 ອັດ ຖິ. ສະເພາະໄລຍະທີ II ສົກປີ 2021 – 2022 ໄດ້ກວດກາ, ຊອກຫາ ແລະ ຂຸດຄົ້ນໄດ້ 8 ອັດຖິຢູ່ແຂວງຫຼວງພະບາງ 6 ອັດຖິ ແລະ ແຂວງອຸດົມໄຊ 2 ອັດຖິ, ໃນນັ້ນ, ຮູ້ຊື່, ທີ່ຢູ່ ແລະ ບ້ານເກີດ ຈຳນວນ 3 ອັດຖິ.

ດັ່ງນັ້ນ, ການນຳພັກ-ລັດ ອົງການປົກຄອງ ແຂວງອຸດົມໄຊ ໄດ້ ຮັບກຽດເປັນເຈົ້າການມອບ – ຮັບ ແລະ ສົ່ງອັດຖິ ກັບຄືນສູ່ຄອບຄົວ, ພໍ່-ແມ່, ລູກເມຍ ແລະ ຍາດຕິພີ່ນ້ອງບ້ານເກີດເມືອງນອນທີ່ແສນຮັກຂອງພວກເພີ່ນ ເພື່ອໃຫ້ທາງຄອບຄົວໄດ້ມີໂອກາດທຳພິທີການປົກປັກຮັກສາຕາມຮິີດຄອງປະເພນີອັນດີງາມຂອງຊາວຫວຽດນາມ, ພາຍຫຼັງພາກສ່ວນຕ່າງໆໄດ້ຂຶ້ນວາງພວງມາລາໄຫວອາໄລ ແລ້ວຕາງໜ້າຈາກສອງຝ່າຍ ກໍໄດ້ລົງນາມເຊັນບົດບັນທຶກມອບ – ຮັບອັດຖິຢ່າງເປັນທາງ.