ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນເຊົ້າວັນທີ 24 ມິຖຸນາ 2022 ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາແຫ່ງຊາດ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາກ່ຽວກັບວາລະແຫ່ງຊາດໃນຕໍ່ໜ້າ ທີ່ສະເໜີໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໂດຍທ່ານໃຫ້ຮູ້ກ່ຽວກັບການເຄື່ອນໄຫວວຽກງານໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 9 ຜົນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ ເຫັນວ່າມີຫຼາຍໜ້າວຽກໄດ້ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ ໂດຍສະເພາະໃນດ້ານນິຕິບັນຍັດ ແລະ ອື່ນໆ.

ພາຍຫຼັງທີ່ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານຂອງຄະນະປະຈຳສະພາແຫ່ງຊາດ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດກ່ຽວກັບການປະຕິບັດວາລະແຫ່ງຊາດແລ້ວ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມໃນຫຼາຍບັນຫາ ເພື່ອເປັນທິດທາງໃນການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ ແນໃສ່ເຮັດໃຫ້ບົດລາຍງານສະບັບນີ້ມີເນື້ອໃນຄົບຖ້ວນ, ຮັດກຸມຂຶ້ນກວ່າເກົ່າ.

ທ່ານ ສີເຮັ່ງ ຫອມສົມບັດ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 14 ແຂວງສາລະວັນປະກອບຄຳເຫັນສະແດງຄວາມຊົມເຊີຍຕໍ່ຄະນະປະຈຳສະພາແຫ່ງຊາດທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນຢ່າງຕັ້ງໜ້າມີຄວາມຮັບຜິດຊອບສູງ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງໃນປັດຈຸບັນ ແລະ ໃນເງື່ອນໄຂທີ່ປະເທດເຮົາກຳລັງພົບກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຮຽກຮ້ອງໃຫ້ຄະນະປະຈຳສະພາແຫ່ງຊາດ ລວມເຖິງສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງໃນຂອບເຂດທົ່ວປະເທດ ເພີ່ມທະວີຄວາມສາມັກຄີຮັກແພງໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອປະກອບສ່ວນສຳຄັນເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ສຳລັບການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນຕອນບ່າຍມື້ນີ້ ຕາມວາລະແລ້ວສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງສືບຕໍ່ປະກອບຄຳເຫັນໃສ່ວຽກງານຂອງສະພາແຫ່ງຊາດຕື່ມອີກ.