ໃນວັນທີ 22 ມິຖຸນາ 2022, ສະຖາບັນເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ອົງການດັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກິດຈະກໍາວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ (17 ພຶດສະພາ 1965-17 ພຶດສະພາ 2022), ໂດຍການເຂົ້າຮ່ວມຂອງ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ອົງການ, ກົມ, ສູນ, ສະຖາບັນຕາງໜ້າສາມອົງການຈັດຕັ້ງມະຫາຊົນ ແລະ ພາກສ່ວນທຸລະກິດໂທລະຄົມມະນາຄົມ, ອິນເຕີເນັດ, ບໍລິສັດຂຸດຄົ້ນສະກຸນເງິນດີຈິຕ໋ອນ ແລະ ບໍລິສັດໄອທີ ເຂົ້າຮ່ວມ.

ທ່ານ ສຸດໃຈ ລໍລອນສີ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ກ່າວວ່າ:

ການຈັດກິດຈະກໍາຄັ້ງນີ້ ເພື່ອເປັນການເຜີຍແຜ່ໃຫ້ສາທາລະນະຊົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ບົດບາດຄວາມສໍາຄັນຂອງວຽກງານໂທລະຄົມມະນາຄົມ ເຊິ່ງມີສ່ວນຮ່ວມໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

+ ສໍາລັບກິດຈະກໍາໃນການສະເຫຼີມສະຫຼອງ ວັນໂທລະຄົມມະນາຄົມສາກົນ ແມ່ນມີທັງໝົດ 3 ກິດຈະກໍາ ຄື:

ກິດຈະກໍາທີ 1: ການຖະແຫຼງການຂອງ ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນໂອກາດວັນໂທລະຄົມມະນາຄົມສາກົນ ຄົບຮອບ 157 ປີ ຜ່ານທາງຊ່ອງທາງໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ສັງຄົມອອນລາຍ.

ສໍາລັບກິດຈະກໍາທີ 2 ແລະ 3: ແມ່ນໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2022 ກໍຄື ງານຕະຫຼາດນັດໂທລະຄົມມະນາຄົມ ໂດຍມີຜະລິດຕະພັນ ແລະ ສິນຄ້າຈາກຫ້ອງການ, ອົງການ, ກົມ, ສູນ, ສະຖາບັນພາຍໃນກະຊວງ ແລະ ພາກສ່ວນທຸລະກິດໂທລະຄົມມະນາຄົມ, ອິນເຕີເນັດ ແລະ ບໍລິສັດ ໄອຊີທີ ຈໍານວນໜຶ່ງ ແລະ ກິດຈະກໍາເຜີຍແຜ່ນິຕິກໍາວຽກງານດັດສົມໂທລະຄົມມະນາຄົມ ໂດຍສະເພາະ ແມ່ນກົດໝາຍໂທລະຄົມມະນາຄົມ ສະບັບປັບປຸງ ປີ 2021 ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃນວັນທີ 16 ພະຈິກ 2021, ວຽກງານຂຶ້ນທະບຽນໝາຍເລກໂທລະສັບ ທີ່ເປັນວຽກບູລິມະສິດໜຶ່ງທີ່ສໍາຄັນຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດານິຕິກໍາອື່ນໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງ ອົງການດັດສົມໂທລະຄົມມະນາຄົມ.

ກິດຈະກໍາຄັ້ງນີ້ ນອກຈາກການເປັນການສະເຫຼີມສະຫຼອງວັນດັ່ງກ່າວແລ້ວ ຍັງເປັນການສ້າງກິດຈະກໍາ ເພື່ອສົ່ງເສີມຜະລິດຕະພັນດ້ານໂທລະຄົມມະນາຄົມ, ເຕັກໂນໂລຊີດີຈີຕ໋ອນ ແລະ startup ພາຍໃນ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍວິໄສທັດ ການພັດທະນາເສດຖະກິດດີຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດີຈິຕ໋ອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດສັງຄົມດີຈິຕ໋ອນແຫ່ງຊາດ ໄລຍະ 5 ປີ (2021-2025) ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໃຫ້ປະກົດຜົນເປັນຈິງ.