ໃນວັນທີ 16-17 ມິຖຸນາ 2022, ຢູ່ທີ່ກອງບັນຊາການ ປກສ ແຂວງສາລະວັນ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດພິທີເປີດຊຸດຝຶກອົບຮົມວຽກງານພະລາທິການ ໃຫ້ນາຍ ແລະ ພົນຕຳຫຼວດ ຫ້ອງພະລາທິການ ປກສ ແຂວງສາລະວັນ, ໂດຍມີ ພົຈວ ໜູຈອນ ກ້ອນທອງດໍາ ຮອງຫົວໜ້າກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ພັທ ຄຳໂກ້ ທົງຄຳຫານ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຜູ້ຊີ້ນຳວຽກງານພະລາທິການ, ມີສໍາມະນາກອນຈາກຫ້ອງ, ພະແນກ-ໜ່ວຍງານ, ກອງບັນຊາການ ປກສ ເມືອງ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ ປະກອບມີ: ນິຕິກຳກ່ຽວກັບ ວຽກງານພະລາທິການ, ຄຳສັ່ງ, ຄຳແນະນໍາ ວ່າດ້ວຍ ການສ້າງພະລາທິການກັບທີ່ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ໃນນີ້, ໄດ້ເນັ້ນໃສ່ວຽກງານຄຸ້ມຄອງເກັບລາຍຮັບວິຊາການ ຜ່ານປະຕູດຽວຂອງກຳລັງ ປກສ, ການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ວຽກງານພະລາທິການ ປກສ ທີ່ໄດ້ວາງອອກ ແລະ ໄດ້ກຳນົດໄວ້ໃນການຈັດຕັ້ງປະຕິບັດແຕ່ລະຂັ້ນ ໃຫ້ເກີດຜົນສຳເລັດ ເປັນຕົ້ນແມ່ນ ວຽກງານເສນາພະລາ, ແຜນການໆເງິນ, ອຸປະໂພກ-ບໍລິໂພກ, ເສນາຮັກ, ກໍ່ສ້າງຊັບສິນ, ນໍ້າມັນເຊື້ອໄຟ, ຄຸ້ມຄອງພາຫະນະຂົນສົ່ງ, ເຕັກນິກ-ຍຸດໂທ ແລະ ວຽກງານຜະລິດກະສິກຳໃຫ້ມີການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງໃຜລາວ.

ຄຽງຄູ່ກັນນັ້ນ, ຍັງໄດ້ພ້ອມກັນຄົ້ນຄວ້າໃຫ້ໂລ່ງລ່ຽນກ່ຽວກັບ ການສ້າງວຽກງານນະໂຍບາຍ, ແຜນຍຸດທະສາດ, ວິທະຍາສາດ ແລະ ການປັບປຸງລະບຽບວິໄນ, ກົດໝາຍທີ່ຕິດແໜ້ນກັບ ວຽກງານພະລາທິການ, ການຫັນເອົາພະນັກງານວິຊາການທີ່ມີຄວາມຊຳນານງານ ເຂົ້າໃນການເຄື່ອນໄຫວຊີ້ນຳ-ນາພາວຽກງານຕົວຈິງ ເຊັ່ນ: ກຳແໜ້ນວຽກງານພະລາທິການ ໃນ 12 ໝວດ 61 ມາດຕາ ໃນການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ. 

ຈຸດປະສົງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເຮັດໃຫ້ນັກສຳມະນາກອນ ຫ້ອງພະລາທິການ, ພະແນກ-ແຜນງານ, ກອງບັນຊາການ ປກສ ເມືອງ ແລະ ວິຊາການ ເພີ່ມທະວີການຄຸ້ມຄອງ, ກວດກາ, ຕິດຕາມແຫຼ່ງລາຍຮັບ-ລາຍຈ່າຍ, ການຜະລິດ, ການສຳປະທານ, ການສ້າງແຫຼ່ງລາຍຮັບກັບທີ່ ໃຫ້ມີຄວາມເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ.