ໃນລະຫວ່າງວັນທີ 23-24 ມິຖຸນາ 2022, ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມເຜີຍແຜ່ລັດຖະບັນຍັດ ວ່າດ້ວຍ ການດຳເນີນຄະດີປົກຄອງ ໃຫ້ຂະແໜງການທ້ອງຖິ່ນຂອງລັດ, ໂດຍການເປັນປະທານຂອງ ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ລີຊາດ ຟີລິບປາດ ຜູ້ອໍານວຍການ ສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ (ILSTA), ມີຫົວໜ້າຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ, ປະທານກຳມາທິການຍຸຕິທຳ, ຫົວໜ້າ ປກຊ-ປກສ, ບັນດາພະແນກການຕ່າງໆ, ສານເຂດ, ໄອຍະການເຂດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ບຸນຂວາງ ທະວີສັກ ກ່າວວ່າ:

ຄະດີປົກຄອງ ແມ່ນຄະດີກ່ຽວກັບບັນຫາທາງປົກຄອງ ຫຼື ທາງບໍລິຫານລະຫວ່າງ ອົງການຈັດຕັ້ງລັດ, ພະນັກງານ-ລັດຖະກອນ ກັບ ອົງການການຈັດຕັ້ງ ແລະ ພົນລະເມືອງ, ອົງການຈັດຕັ້ງລັດ ກັບ ພະນັກງານ-ລັດຖະກອນ; ພະນັກງານ-ລັດຖະກອນ ທີ່ມີຕຳແໜ່ງບໍລິຫານ ກັບ ພະນັກງານທົ່ວໄປ ແລະ ອົງການຈັດຕັ້ງລັດ ກັບ ອົງການຈັດຕັ້ງລັດ.

ການດໍາເນີນຄະດີປົກຄອງ ຍັງແມ່ນການເຄື່ອນໄຫວ ແລະ ຄວາມຮັບຜິດຊອບຂອງ ຄະນະສານປົກຄອງ, ອົງການໄອຍະການປະຊາຊົນ ແລະ ຜູ້ເຂົ້າຮ່ວມໃນການດໍາເນີນຄະດີ ເພື່ອພິຈາລະນາແກ້ໄຂ ຫຼື ຕັດສິນຄະດີປົກຄອງ ຕາມທີ່ໄດ້ກຳນົດໄວ້ໃນວັກໜຶ່ງຂອງມາດຕານີ້, ມາດຕາ 16 ຂອງລັດຖະບັນຍັດສະບັບນີ້ ແລະ ກົດໝາຍທີ່ກ່ຽວຂ້ອງ, ເຊິ່ງລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍ ການດໍາເນີນຄະດີປົກຄອງ ແມ່ນປະກອບດ້ວຍ 5 ພາກ, 6 ໝວດ ແລະ 71 ມາດຕາ.

ທ່ານຍັງກ່າວຕື່ມວ່າ: ການຈັດກອງປະຊຸມດັ່ງກ່າວ ກໍເພື່ອສຸມໃສ່ສ້າງຄວາມເຂົ້າໃຈໃນການດໍາເນີນຄະດີປົກຄອງ ໃຫ້ເລິກເຊິ່ງແກ່ຂະແໜງການທ້ອງຖິ່ນຂອງລັດ ເນື່ອງຈາກວ່າ ຄະດີປົກຄອງຖືວ່າເປັນຄະດີທີ່ມີຈຸດພິເສດຫຼາຍດ້ານ ແລະ ສ້າງຕັ້ງຂຶ້ນພຽງແຕ່ 3 ແຫ່ງ ຢູ່ນະຄອນຫຼວງວຽງຈັນ, ແຕ່ຮັບຄະດີປົກຄອງໃນຂອບເຂດທົ່ວປະເທດມາພິຈາລະນາ ຈຶ່ງມີຄວາມສຳຄັນຈຳເປັນທີ່ສຸດໃນການສ້າງຄວາມເຂົ້າໃຈກ່ຽວກັບພາລະບົດບາດ, ສິດ, ໜ້າທີ່ ແລະ ຂັ້ນຕອນໃນການດໍາເນີນຄະດີປົກຄອງ ໃຫ້ບັນດາຂະແໜງການຕ່າງໆຂອງລັດ ເພື່ອຈະໄດ້ນຳໄປເຜີຍແຜ່ໃຫ້ແກ່ພະນັກງານລັດ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການດຳເນີນຄະດີປົກຄອງຢ່າງຖືກຕ້ອງ.