ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງວຽກງານລັດຖະບານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ມິຖຸນາ 2022 ວ່າ: ສາເຫດຄວາມຫຍຸ້ງຍາກຂອງສະພາບເສດຖະກິດໃນປະເທດເຮົາໃນປັດຈຸບັນນີ້ ແມ່ນເກີດຈາກ 2 ສາເຫດຫຼັກຄື: ສາ ເຫດນອກຕົວແມ່ນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບວິກິດເສດຖະກິດໂລກທີ່ເກີດຈາກການຂວໍ້າບາດຂອງປະເທດຕາເວັນຕົກທາງເສດຖະກິດຕໍ່ຣັດເຊຍ; ສ່ວນສາເຫດໃນຕົວແມ່ນຍ້ອນຢູ່ພາຍໃນພວກເຮົາຍັງບໍ່ມີຄວາມສະດຸ້ງໄວໃນການແກ້ໄຂບັນຫາ ຫຼື ບໍ່ຢາກ ປ່ຽນແປງໄປສູ່ອັນໃໝ່.

ທ່ານ ນາຍົກລັດຖະມົນຕີ ກ່າວອີກວ່າ: ແນວໃດກໍຕາມ, ລັດຖະບານ ພວມເອົາໃຈໃສ່ຢ່າງໃກ້ຊິດໃນການແກ້ໄຂບັນຫາຄວາມຫຍຸ້ງຍາກດັ່ງກ່າວ, ໂດຍສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການ, ເປົ້າໝາຍ ແລະ ຄາດໝາຍ, ຕ່າງໆທີ່ໄດ້ກໍານົດໄວ້ໃນວາລະແຫ່ງຊາດກ່ຽວກັບການແກ້ໄຂສະພາບເສດຖະກິດ-ການເງິນ ບົນພື້ນຖານຢຶດໝັ້ນຫຼັກການເດັດຂາດ, ໂປ່ງໃສ ແລະ ມືອາຊີບ ໃຫ້ມີປະສິດທິຜົນ; ສ່ວນບາງມາດຕະການຕົວຈິງ. ໃນສະເພາະໜ້ານັ້ນ, ລັດຖະບານ ໄດ້ເພີ່ມທະວີຄວາມເດັດຂາດໃນການຄຸ້ມຄອງເງິນຕາຕ່າງປະເທດ, ຮ້ານ ແລກປ່ຽນ ແລະ ປະຕິບັດວິໄນເຂັ້ມງວດຕໍ່ຜູ້ລະເມີດລະບຽບກົດໝາຍ.

ປັດຈຸບັນ, ທະນາຄານແຫ່ງ ສປປ ລາວ ກໍາລັງຫັນເອົາຮ້ານແລກປ່ຽນເງິນຕາທັງໝົດໃຫ້ເຂົ້າສັງກັດທະນາຄານທຸລະກິດ ເພື່ອໃຫ້ອັດຕາການແລກປ່ຽນສອດຄ່ອງຕາມອັດຕາຊີ້ນໍາຂອງທະນາຄານແຫ່ງ ສປປ ລາວ; ນອກນີ້, ລັດຖະບານ ຍັງໄດ້ອອກພັນທະບັດຈໍາໜ່າຍແກ່ສັງຄົມ ເພື່ອດຶງດູດແຫຼ່ງທຶນສະ ກຸນເງິນກີບຈາກສັງຄົມເຂົ້າສູ່ທະນາຄານ, ຈາກການອອກພັນທະບັດດັ່ງກ່າວ ໄດ້ເຮັດໃຫ້ອັດຕາແລກປ່ຽນປັບລົງເລື້ອຍໆ.


ສ່ວນການແກ້ໄຂວິກິດນໍ້າມັນເຊື້ອໄຟນັ້ນ, ລັດຖະບານ ໄດ້ປັບໂຄງສ້າງລາຄານໍ້າມັນຕາມຂອບເຂດທີ່ຄະນະປະຈໍາສະພາແຫ່ງຊາດ ໄດ້ອະນຸມັດໂດຍໄດ້ປັບຈາກອາກອນຊົມໃຊ້ຈາກ 11% ມາເປັນຂອບອັດຕາຈັດຕັ້ງປະຕິບັດຕົວຈິງແຕ່ 0-11%, ສ່ວນແອັດຊັງທຳມະດາຈາກ 16% ມາເປັນຂອບຈັດ ຕັ້ງປະຕິບັດຕົວຈິງແຕ່ 0-16%, ເຊິ່ງຄະນະປະຈໍາສະພາແຫ່ງຊາດ ໄດ້ຕົກລົງໃຫ້ລັດຖະບານກຳນົດເອົາເອງໃນຂອບດັ່ງກ່າວ, ພ້ອມທັງໄດ້ໃຫ້ສິນເຊື່ອ ແກ່ບໍລິສັດນໍ້າມັນເຊື້ອໄຟລາວ ເພື່ອເປັນຕົວແທນຂອງບັນດາບໍລິສັດນຳເຂົ້ານ້ຳມັນ ເພື່ອຈັດຊື້ນໍ້າມັນມາສະໜອງໃຫ້ສັງຄົມ ແລະ ມອບໃຫ້ 4 ບໍລິສັດໃຫ້ເປັນຕົວແທນນໍາເຂົ້ານໍ້າມັນເປັນຜູ້ຄຸ້ມຄອງການຈັດຊື້ ນໍ້າມັນເຊື້ອໄຟ ເພື່ອມາສະໜອງ ໃຫ້ແກ່ສັງຄົມເຖິງວ່າຈະບໍ່ປົກກະ ຕິຄືຜ່ານມາ ແຕ່ກໍຈະຜ່ອນຄາຍລົງ. ນອກນີ້, ລັດຖະບານ ມີແຜນຊອກວິທີທາງອື່ນໃນການຈັດຫານໍ້າມັນເຊື້ອໄຟ ເພື່ອສະໜອງໃຫ້ສັງຄົມໃນໄລຍະຍາວ, ສ່ວນລາຄາ ນໍ້າມັນເຊື້ອໄຟແມ່ນຈະໃຫ້ເປັນ ໄປຕາມລາຄານໍ້າມັນໃນຕະຫຼາດໂລກ.

ລັດຖະບານ ຈະຖອດຖອນບົດຮຽນ ເພື່ອປັບໂຄງສ້າງການນໍາເຂົ້າສິນຄ້າປະເພດຕ່າງໆ ເພື່ອຫຼຸດຜ່ອນການໄຫຼອອກຂອງເງິນຕາຕ່າງປະເທດ, ໂດຍຈະກໍານົດຕາມຄວາມເປັນຈິງວ່າ ສິນຄ້າປະເພດໃດທີ່ພວກເຮົາມີ ຫຼື ຜະລິດໄດ້ ແມ່ນອາດໂຈະການນໍາເຂົ້າ; ນອກນີ້, ລັດຖະບານ ຈະສືບຕໍ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆຂອງພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ ທີ່ມີພຶດຕິກໍາສວຍໃຊ້ໜ້າທີ່ຕຳແໜ່ງ ສວຍໂອກາດໃນສະພາບທີ່ປະເທດຊາດພົບຄວາມຫຍຸ້ງຍາກທາງດ້ານເສດຖະກິດດັ່ງໃນປັດຈຸບັນນີ້ ແລະ ຢຶນຢັນຈະເປີດໃຈຮັບຟັງຄໍາຕໍານິຕິສົ່ງຂ່າວຢ່າງຈິງໃຈ ກົງໄປກົງມາ, ສ້າງສັນ ທີ່ເປັນປະໂຫຍດຈາກສັງຄົມ ເພື່ອເປັນພື້ນຖານໃນການປັບປຸງລະບົບການເຮັດວຽກຂອງລັດຖະບານ ໃຫ້ດີກວ່າເກົ່າໃນຕໍ່ໜ້າ.

ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຍັງໄດ້ຂຶ້ນຊີ້ແຈງກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຄື: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍ ວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍ ວ່າດ້ວຍແຮ່ທາດ.