ໃນອາທິດຜ່ານມານີ້, ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້, ຕິດຕາມ, ຊີ້ນຳການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສດຕິດ ຢູ່ທີ່ເມືອງຄູນຄໍາ, ໂດຍມີ ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ເຂົ້າຮ່ວມ.

ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ໄດ້ລາຍງານສະພາບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຂອງເມືອງ ໃນໄລຍະ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ວ່າ:

ໃນໄລຍະຜ່ານມາ, ແມ່ນໄດ້ສຸມໃສ່ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍ 2 ເອກະສານກ່ຽວກັບ ວາລະແຫ່ງຊາດ ສຳເລັດແລ້ວ 3 ຊຸດ ມີຈໍານວນພົນເຂົ້າຮ່ວມທັງໝົດ 2.977 ຄົນ ຍິງ 1.359 ຄົນ, ມີຄະນະບໍລິຫານງານພັກເມືອງ ແລະ ຄະນະຫ້ອງການອ້ອມຂ້າງເມືອງ, ພະນັກງານ-ລັດຖະກອນ, ກໍາລັງ ປກຊ-ປກສ ເຂົ້າຮ່ວມທັງໝົດ 99 ຄົນ ຍິງ 20 ຄົນ.

ໃນນັ້ນ, ຢູ່ຂັ້ນຮາກຖານບ້ານຄະນະໜ່ວຍພັກ, ນາຍບ້ານ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງຄູນຄໍາ ທີ່ມີອາຍຸ 18 ປີຂຶ້ນໄປ ເຂົ້າຮ່ວມທັງໝົດມີ 1.291 ຄົນ ຍິງ 489 ຄົນ, ຂັ້ນໂຮງຮຽນໄດ້ 10 ໂຮງຮຽນ ມີພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມທັງໝົດ 1.587 ຄົນ ຍິງ 850 ຄົນ.

ໃນ 11 ຂະແໜງການຂອງເມືອງ ມີທັງໝົດ 52 ໜ້າວຽກ, ສາມາດຈັດຕັ້ງປະຕິບັດວາລະແຫ່ງຊາດສຳເລັດເບື້ອງຕົ້ນທັງໝົດ 11 ໜ້າວຽກ ເທົ່າກັບ 21,15% ແລະ ກຳລັງສືບຕໍ່ຈັດຕັ້ງປະຕິບັດ 41 ໜ້າວຽກ ເທົ່າກັບ 78,85% ຂອງໜ້າວຽກທັງໝົດ.

ໃນໄລຍະ 6 ເດືອນຜ່ານມາ, ໄດ້ລົງເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ບັນດານິຕິກຳຕ່າງທີ່ກ່ຽວກັບ ການຈັດຕັ້ງປະຕິບັດວາລະດັ່ງກ່າວ ດຳເນີນເປັນ 2 ໄລຍະຄື:

ໄລຍະທີ 1: ເຜີຍແຜ່ເອກະສານໃຫ້ພະນັກງານ-ທະຫານ, ຕຳຫຼວດ ແລະ ພໍ່ແມ່ນປະຊາຊົນ ຈຳນວນ 23 ຈຸດ ທົ່ວເມືອງມີຜູ້ເຂົ້າຮ່ວມ 1.372 ຄົນ ຍິງ 593 ຄົນ.

ໄລຍະທີ 2: ເຜີຍແຜ່ຢູບັນດາໂຮງຮຽນ ຈຳນວນ 11 ແຫ່ງທົ່ວເມືອງ ມີຜູ້ເຂົ້າຮ່ວມ 1.587 ຄົນ ຍິງ 850 ຄົນ.

ດ້ານວຽກງານປ້ອງກັນຄວາມສະຫງົບ, ຜ່ານມາ ກອງບັນຊາການ ປກສ ເມືອງຄູນຄຳ ສາມາດມ້າງຄະດີຢາເສບຕິດທີ່ເກີດຂຶ້ນໄດ້ທັງໝົດ 13 ເລື່ອງ, ຜູ້ຖືກຫາ 18 ຄົນ ຍິງ 2 ຄົນ ສາມາດຢືດຂອງກາງຢາບ້າໄດ້ 360 ເມັດ, ຄັນຊາອັດແທ່ງ ຈຳນວນ 10 ເປົ່າ ນ້ຳໜັກ 488 ກິໂລກຼາມ ແລະ ໄດ້ຂຶ້ນເປົ້າໝາຍບັນຊີຜູ້ເສບຢາເສບຕິດທົ່ວເມືອງຄູນຄຳ ໄດ້ທັງໝົດ 549 ຄົນ ຍິງ 1 ຄົນ ແລະ ເປົ້າໝາຍລາຍຍ່ອຍຈຳນວນ 55 ຄົນ ຍິງ 1 ຄົນ.

ໃນໂອກາດດັ່ງກ່າວ, ທ່ານ ປອ ແກ້ວອຸດອນ ບຸດສິງຂອນ ໄດ້ເນັ້ນໃຫ້ຄະນະພັກ-ຄະນະນໍາຂອງເມືອງ ຕ້ອງໄດ້ເພີ່ມທະວີການຊີ້ນຳ-ນຳພາຄະນະພັກແຕ່ລະຂັ້ນໃຫ້ສູງຂຶ້ນ, ແບ່ງຄວາມຮັບຜິດຊອບລະຫວ່າງຫ້ອງການຂັ້ນເມືອງກັບສາຍຕັ້ງໃຫ້ລະອຽດຈະແຈ້ງ, ຕ້ອງຫັນເປັນໂຄງການລະອຽດ, ກໍານົດວຽກງານຈຸດປະສົງ, ຄາດໝາຍໃຫ້ຈະແຈ້ງ ພ້ອມທັງມອບໝາຍໃຫ້ບຸກຄົນຮັບຜິດຊອບ, ເອົາໃຈໃສ່ກວດກາໃຫ້ເປັນລະບົບ, ຕິດຕາມປະເມີນຜົນຕໍ່ເນື່ອງ ໃນແຕ່ລະໄລຍະ ແລະ ສະຫຼຸບລາຍງານຖອດຖອນບົດຮຽນໃຫ້ເປັນປົກກະຕິ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.