ໃນວັນທີ 20 ມິຖຸນາ 2022, ບໍລິສັດ ຈິງກູ້ ນໍ້າທາ ພັດທະນາກະສິກຳ ຈຳກັດ ໄດ້ນຳເອົານ້ຳຢາກວດສານເສບຕິດມາມອບໃຫ້ ກອງບັນຊາການ ປກສ ເມືອງສິງ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ, ກ່າວມອບໂດຍ ທ່ານ ຈາງເວີນສວນ ຕ່າງໜ້າບໍລິສັດ ຈິງກູ້ ນ້ຳທາ ພັດທະນາກະສິກຳ ຈຳກັດ ແລະ ກ່າວຮັບໂດຍ ພັທ ພຸດທະສອນ ວົງແຝງຄຳ ຫົວໜ້າກອງບັນຊາການ ປກສ, ມີພະນັກງານທີ່ກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ ມີອຸປະກອນນ້ຳຢາກວດສານເສບຕິດ ຈຳນວນ 1 ແກັດ, ມີ 1.000 ອັນ, ມູນຄ່າ 12.800.000 ກີບ.

ໃນໂອກາດດັ່ງກ່າວ, ພັທ ພຸດທະສອນ ວົງແຝງຄຳ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງມາຍັງ ບໍລິສັດ ທີໄດ້ປະກອບສ່ວນຊຸກຍູ້ນຳເອົາອຸປະກອນນ້ຳຢາກວດສານເສບຕິດໃນຄັ້ງນີ້ ພ້ອມທັງອວຍພອນໃຫ້ທ່ານມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຄອບຄົວ, ສ່ວນຕົວ ແລະ ທຸລະກິດມີຄວາມຈະເລີນກ້າວໜ້າ.