ກອງປະຊຸມສ່ອງແສງວຽກງານກວດກາລັດ ປະຈຳເດືອນ 6 ຕົ້ນປີ 2022 ຂອງອົງການກວດກາລັດ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນອາທິດຜ່ານມາ, ເປັນປະທານໂດຍ ທ່ານ ສີວິໄລ ຈັນທຳມະຈັກ ຮອງປະທານກວດກາລັດແຂວງ, ມີ ພັອ ບຸນເລີດ ຄະທຸມພົມ ປະທານກວດກາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາ 29 ຂະແໜງການ ອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານວິຊາການ ເຂົ້າຮ່ວມ.

ທ່ານ ສີວິໄລ ຈັນທຳມະຈັກ ກ່າວວ່າ:

ກອງປະຊຸມດັ່ງກ່າວ ຈະໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານກວດກາລັດຂອງແຕ່ລະພາກສ່ວນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ມີຄວາມເຂັ້ມແຂງ, ສາມາດດໍາເນີນໄດ້ຢ່າງມີປະສິດທິພາບ, ຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ ແລະ ຂໍ້ຄົງຄ້າງຕ່າງໆ, ການລະເມີດກົດໝາຍຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ມາດຕະການສະກັດກັ້ນ, ຕ້ານ ແລະ ແກ້ໄຂ ແນໃສ່ເຮັດໃຫ້ອໍານາດລັດເຂັ້ມແຂງ, ເພີ່ມທະວີຄວາມສັກສິດຂອງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ໂດຍສະເພາະແມ່ນໃນໄລຍະ 1 ເດືອນຜ່ານມາ ຂະແໜງກວດກາລັດ ແລະ ຕິດຕາມກວດກາການປະຕິບັດຜົນການກວດກາ ສາມາດສະຫຼຸບສັງລວມໂດຍວຽກງານກວດກາລັດອ້ອມຂ້າງແຂວງ, ເຮັດໃຫ້ທຸກໆການຈັດຕັ້ງ ແລະ ການພັດທະນາເສດຖະກິດ-ສັງຄົມ ດໍາເນີນໄປຢ່າງຖືກຕ້ອງຕາມລະບຽບກົດໝາຍ, ມີຄວາມໂປ່ງໃສ ແລະ ມີປະສິດທິຜົນສູງ.

ສໍາລັບທິດທາງໃນຕໍ່ໜ້າ, ອົງການກວດກາລັດ ແຂວງສະຫວັນນະເຂດ ຈະສືບຕໍ່ໃນການສຶກສາອົບຮົມວຽກງານແນວຄິດຂອງພະນັກງານແຕ່ລະຂັ້ນ, ເອົາໃຈໃສ່ຊີ້ນໍາ-ນໍາພາ ແລະ ຕິດຕາມ, ຊຸກຍູ້ວຽກງານກວດກາລັດຂອງບັນດາອ້ອມຂ້າງແຂວງ, ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເພື່ອຍົກສູງວຽກງານກວດກາລັດພາຍໃນແຂວງ ໃນການຄຸ້ມຄອງໃຫ້ມີຄວາມປອດໃສ, ໜັກແໜ້ນ, ເຂັ້ມແຂງ, ມີຄວາມເຊື່ອໜັ້ນ ແລະ ເປັນທີ່ໄວ້ວາງໃຈຂອງປະຊາຊົນ, ສາມາດດດໍາເນີນໄດ້ຢ່າງມີປະສິດທິພາບ.

ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ເປັນຕົ້ນ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນການລະເມີດກົດໝາຍຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ແລະ ມີມາດຕະການສະກັດກັ້ນ, ຕ້ານ ແລະ ແກ້ໄຂ ແນໃສ່ເຮັດໃຫ້ອໍານາດລັດເຂັ້ມແຂງ, ເພີ່ມທະວີຄວາມສັກສິດຂອງການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ.