ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍ ກອງທືນເລືອດຂອງແຂວງ ຂຶ້ນໃນທ້າຍອາທິດຜ່ານມານີ້, ເປັນປະທານໂດຍ ທ່ານ ວັນນະສິງ ມຸງຄຸນສະຫວັດ ຫົວໜ້າອົງການກາແດງ ແຂວງໄຊຍະບູລີ, ຫົວໜ້າຄະນະຮັບຜິດຊອບການສ້າງຮ່າງຂໍ້ຕົກລົງ ວ່າດ້ວຍ ກອງທຶນເລືອດແຂວງ, ມີ ທ່ານ ບຸນເລື່ອນ ບົວໄລ ຮອງເຈົ້າເມືອງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ເມືອງເງິນ, ມີຕ່າງໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍຄະນະຮັບຜິດຊອບການສ້າງຮ່າງຂໍ້ຕົກລົງ ວ່າດ້ວຍ ກອງທຶນເລືອດແຂວງ, ມີກໍາມະການປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ນາຍບ້ານ ອ້ອມຂ້າງເທດສະບານເມືອງ ເຂົ້າຮ່ວມ.

ທ່ານ ດຣ ຄຳມະນີ ຄຳສົມພູ ຮອງຫົວໜ້າອົງການກາແດງ ແຂວງໄຊຍະບູລີ ໄດ້ຜ່ານຮ່າງຂໍ້ຕົກລົງ ວ່າດ້ວຍ ກອງທຶນເລືອດ ແຂວງໄຊຍະບູລີ ວ່າ:

ຮ່າງຂໍ້ຕົກລົງດັ່ງກ່າວນີ້ ໄດ້ກຳນົດບັນດາຫຼັກການ, ລະບຽບການກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ກອງທຶນເລືອດຂອງ ແຂວງໄຊຍະບູລີ ເພື່ອເຮັດໃຫ້ວຽກງານການລະດົມຂົນຂວາຍ ແລະ ສະສົມທຶນຈາກພາຍໃນ ແລະ ຕ່າງປະເທດ ແນໃສ່ສະໜອງທຶນໃຫ້ແກ່ວຽກງານລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ, ເຮັດໃຫ້ປະຊາຊົນພາຍໃນແຂວງໄຊຍະບູລີ ທີ່ເຈັບເປັນ ແລະ ຕ້ອງການປິ່ນປົວດ້ວຍເລືອດໃຫ້ໄດ້ຮັບການບໍລິການເລືອດທີ່ພຽງພໍ, ປອດໄພ ແລະ ທັນເວລາ.

ໃນກອງປະຊຸມ ຫຼາຍພາກສ່ວນຍັງໄດ້ພ້ອມກັນປະກອບຄຳຄິດເຫັນ ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງ ວ່າດ້ວຍ ກອງທຶນເລືອດ ແຂວງໄຊຍະບູລີ ໃຫ້ມີຄວາມສົມບູນ, ເປັນເອກະພາບຕາມກົດໝາຍງົບປະມານ ແລະ ລະບຽບການ, ຮັບປະກັນການນຳໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ, ປະຢັດ, ມີປະສິດທິຜົນ, ມີຄວາມຄ່ອງຕົວ, ໂປ່ງໃສ່, ຍຸຕິທຳ ແລະ ສາມາດກວດສອບໄດ້ຢ່າງເປັນປົກກະຕິ.