ກອງບັນຊາການ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ຈັດກອງປະຊຸມຖອນຖອດບົດຮຽນການລົງທຳລາຍສວນຝິ່ນປະຈໍາ ປີ2021-2022, ໃນວັນທີ 17 ມິຖຸນາຜ່ານມາ, ເປັນປະທານໂດຍ ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ ປະທານກວດ ກາ ແລະ ຄວບຄຸມຢາເສບຕິດຂັ້ນເມືອງ, ມີຫົວໜ້າ-ຄະນະກອງບັນຊາການ ປກສ ເມືອງຫຼວງນໍ້າທາ, ຕ່າງໜ້າບໍລິສັດຢຸນນານ ປູກພືດທົດແທນການປູກຝີ່ນປະຈໍາແຂວງຫຼວງນໍ້າທາ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັທ ກອງຄໍາ ເກດຄໍາຊາວ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງຫຼວງນ້ຳທາ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດຂັ້ນເມືອງ ແລະ ລາຍງານຜົນການຈັດຕັ້ງປະຕິບັດການລົງທຳລາຍສ່ວນຝິ່ນ. ໃນລະຫວ່າງວັນທີ 26 ມັງກອນ ຫາ ວັນທີ 30 ມີນາ 2022 ພະແນກຕໍາຫຼວດ, ໜ່ວຍງານ ກຄສ ປກສ ກຸ່ມບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດກາ ແລະ ທໍາລາຍສວນຝິ່ນ ຢູ່ບ້ານເປົ້າໝາຍພາຍໃນເມືອງຫຼວງນໍ້າທາ ມີ 2 ຈຸດ, ທີ່ປະຊາຊົນລັກລອບປູກຝິ່ນ ຄື: ກຸ່ມບ້ານນາເຕີຍ, ເຂດບ້ານຕີນສານພົບສວນຝີ່ນຈໍານວນ 5 ຕອນ, ເນື້ອທີ່ 6.270 ຕາເເມັດ. ຈຸດກຸ່ມບ້ານຫ້ວຍດໍາ, ເຂດບ້ານສວນຢາພົບສວນຝິ່ນ 1 ຕອນ ມີເນື້ອທີ່ 1.000 ຕາແມັດ, ເຂດບ້ານຫ້ວຍຫ້ອມ, ພົບສວນ ຝິ່ນ 1 ຕອນ ມີເນື້ອທີ່ 1.000 ຕາແມັດ. ລວມເນື້ອທີ່ທັງໝົດ 8.270 ຕາແມັດ. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ຍັງໄດ້ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຊອກຫາວິທີສະກັດກັ້ນບໍ່ໃຫ້ປະຊາຊົນລັກລອບປຸກຝິ່ນຕື່ມອີກ.

ໃນກອງປະຊຸມ, ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທໍາ ໄດ້ເນັ້ນໜັກໃຫ້ຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ເປັນຕົ້ນແມ່ນກຳລັງ ປກສ ລົງໂຄສະນະຜົນຮ້າຍຂອງຢາເສບຕິດໃຫ້ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈ ເພື່ອບໍ່ໃຫ້ເຂົ້າເຈົ້າລັກລອບປູກຝິ່ນ ແລະ ຫັນ ເອົາພືດຊະນິດອື່ນປູກແທນ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ.