ສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ ໄດ້ຈັດຕັ້ງເຜີຍແຜ່-ເຊື່ອມຊຶມບັນດາເອກະສານແຈ້ງການສຳຄັນ ເພື່ອໃຫ້ບັນດາຄະນະໜ່ວຍສະຫະພັນແມ່ຍິງອ້ອມຂ້າງ ນຳໄປຈັດຕັ້ງຜັນຂະຫຍາຍຢ່າງເປັນເອກະພາບ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ແຂ່ງ 3 ດີເປັນຂະບວນການຟົດຟື້ນ, ລະບົບການຈັດຕັ້ງແມ່ຍິງແຕ່ລະຂັ້ນມີຄວາມເຂັ້ມແຂງ.

ການຈັດຕັ້ງເຜີຍແຜ່ດັ່ງກ່າວຈັດຂຶ້ນໃນວັນທີ 28 ມິຖຸນາ 2022 ເປັນປະທານໂດຍ ພັອ ນາງ ຈັນເດືອນ ເທບພະວົງ ປະທານສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ, ມີຄະນະສະຫະພັນແມ່ຍິງກົມໃຫຍ່ການເມືອງ ພ້ອມດ້ວຍຄະນະໜ່ວຍສະຫະພັນແມ່ຍິງບັນດາກົມອ້ອມຂ້າງກົມໃຫຍ່ການເມືອງ ປກສ ເຂົ້າຮ່ວມ.

ເອກະສານແຈ້ງການທີ່ນຳມາເຜີຍແຜ່ ມີຄື: ແຈ້ງການ ເຖິງບັນດາໜ່ວຍສະຫະພັນແມ່ຍິງອ້ອມຂ້າງກົມໃຫຍ່ການເມືອງ ປກສ ເລື່ອງດຳເນີນຊີວິດການເມືອງ ຕີລາຄາຈັດປະເພດບຸກຄົນ, ໜ່ວຍ, ສະຫະພັນແມ່ຍິງຮາກຖານ 3 ດີ ປະຈຳປີ 2022 ແລະ ໄລຍະ I ( 2020-2022 ); ແຈ້ງການເລື່ອງການສ້າງຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ ( 20 ກໍລະກົດ 1995-20 ກໍລະກົດ 2022 ); ແຈ້ງການເລື່ອງການປັບປຸງການຈັດຕັ້ງໜ່ວຍສະຫະພັນແມ່ຍິງ ແລະ ການດຳເນີນກອງປະຊຸມໃຫຍ່ສະຫະພັນແມ່ຍິງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ.

ການເຜີຍແຜ່ແຈ້ງການໃນຄັ້ງນີ້ ເພື່ອເປັນການປັບປຸງການຈັດຕັ້ງສະຫະພັນແມ່ຍິງແຕ່ລະຂັ້ນ ແລະ ສະມາຊິກແມ່ຍິງໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການເມືອງແນວຄິດ ແລະ ການຈັດຕັ້ງ ພ້ອມທັງເປັນການກວດກາຄືນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະຜ່ານມາ, ຊອກໃຫ້ເຫັນຜົນງານພົ້ນເດັ່ນເພື່ອເສີມຂະຫຍາຍຈຸດດີ ແລະ ຈຸດອ່ອນຂໍ້ຄົງຄ້າງທີ່ຈະປັບປຸງແກ້ໄຂໃນຕໍ່ໜ້າ ຕິດພັນກັບການສຶກສາອົບຮົມການເມືອງແນວຄິດ, ການປະຕິບັດລະບຽບວິໄນ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ອະນຸລັກຮັກສາວັດທະນະທຳຮີດຄອງປະເພນີທີ່ເປັນມູນເຊື້ອຂອງແມ່ຍິງກຳລັງປ້ອງກັນຄວາມສະຫງົບ.

ນອກນັ້ນ, ສະຫະພັນແມ່ຍິງກົມໃຫຍ່ການເມືອງ ປກສ ຍັງໄດ້ມີການເຜີຍແຜ່ແນະນຳກ່ຽວກັບວຽກງານສະຫະພັນແມ່ຍິງກະຊວງ ປກສ ທີ່ສຳເລັດການຝຶກອົບຮົມໄປເມື່ອບໍ່ດົນມານີ້.

ຂ່າວຈາກ: ບຸນເຫຼືອ