ທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ສົມທົບກັບ ເຈົ້າໜ້າທີ່ ກອງຕຳຫຼວດຈະລາຈອນ ປກສ ເມືອງໄຊຍະບູລີ ໄດ້ລົງກວດກາການບັງຄັບໃຊ້ກົດໝາຍ ແລະ ລະບຽບການຈະລາຈອນທາງບົກ ຢູ່ເສັ້ນທາງຫຼວງແຫ່ງຊາດ ເລກ 4 ຈຸດກວດກາສຸສານທະຫານແຂວງ, ນຳພາໂດຍ ພັຕ ພິລະໄຊ ສຸກຕະກຸນວົງ ຮອງຫົວໜ້າພະແນກຈະລາຈອນ ປກສ ແຂວງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງການລົງກວດກາໃນຄັ້ງນີ້ ແມ່ນເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍຕາມທ້ອງຖະໜົນ ທັງເປັນການເຕືອນສະຕິນັກຂັບຂີ່ໃຫ້ມີຄວາມລະມັດລະວັງເວລາຂັບຂີ່ພາຫະນະ ແລະ ພ້ອມກັນເອົາໃຈໃສ່ປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ ແນໃສ່ຫຼຸດຜ່ອນອຸບັດຕິເຫດ ແລະ ຮັບປະກັນໃຫ້ແກ່ການຂັບຂີ່ມີຄວາມປອດໄພ.

ນອກນັ້ນ, ຜ່ານການລົງກວດກາການບັງຄົບໃຊ້ກົດໝາຍ ແລະ ລະບຽບການຈະລາຈອນທາງບົກ ໄດ້ກວດກາພາຫະນະທັງໝົດ 87 ຄັນ, ໃນນີ້ໄດ້ກັກລົດຈັກດັດແປງສະພາບເຕັກນິກໄວ້ຊົ່ວຄາວ 2 ຄັນ, ສຶກສາອົບຮົມນັກຂັບຂີ່ທີ່ລະເມີດກົດລະບຽບຈະລາຈອນໄດ້ 35 ຄົນ ສ່ວນຫຼາຍແມ່ນນັກຂັບຂີ່ບໍ່ໃສ່ໝວກກັນກະທົບ, ບໍ່ໃສ່ແວ່ນຊ່ອງຫຼັງ, ບໍ່ມີໃບອະນຸຍາດຂັບຂີ່, ບໍ່ຖືເອກະສານລົດ ແລະ ໄດ້ປັບໃໝຕາມລະບຽບຫຼັກການ 50 ຄົນ.

ຄຽງຄູ່ກັນນັ້ນ, ຍັງໄດ້ໂຄສະນາໃຫ້ນັກຂັບຂີ່ໄດ້ຮຽນຮູ້ການຂັບຂີ່ທີ່ປອດໄພ ແລະ ມີສະຕິ, ມີຄວາມຕື່ນຕົວຮ່ວມກັນປະຕິບັດລະບຽບກົດໝາຍ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບ-ປອດໄພ.