ໃນວັນທີ 28 ມິຖຸນາ 2022, ຄະນະພັກກະຊວງ ປກສ ໄດ້ສະຫຼຸບຕີລາຄາການຈັດຕັ້ງເຄື່ອນໄຫວນໍາພາ-ຊີ້ນໍາວຽກງານປ້ອງກັນຄວາມສະຫງົບ 6 ເດືອນຕົ້ນປີ, ໂດຍເປັນປະທານຂອງສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປກສ, ມີສະຫາຍຮອງເລຂາຄະນະພັກ ພ້ອມດ້ວຍຄະນະປະຈໍາພັກ ແລະ ບັນດາຄະນະພັກກະຊວງ ເຂົ້າຮ່ວມ.

ສະຫາຍ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ຜ່ານບົດສະຫຼຸບວ່າ: ຄະນະພັກກະ ຊວງໄດ້ຖືເອົາວຽກງານສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດເປັນໜ້າທີ່ສໍາຄັນຕົ້ນຕໍ, ເປັນວຽກງານປາຍແຫຼມ, ສ້ອຍຫ້ອຍເຂົ້າທຸກຂົງເຂດວຽກງານກົມກອງ. ໃນນັ້ນ, ໄດ້ມອບໃຫ້ຄວາມຮັບຜິດຊອບໂດຍກົງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໃນການນໍາພາສຶກສາອົບຮົມ, ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ບັນດານິຕິກໍາລະບຽບການຕ່າງໆ. ຜ່ານການຈັດຕັ້ງປະຕິບັດເຮັດໃຫ້ສະພາບແນວຄິດຂອງຖັນແຖວຂອງສະມາຊິກພັກ, ນາຍ ແລະ ພົນຕໍາຫຼວດສ່ວນຫຼາຍຍັງມີແນວຄິດ, ອຸດົມການທີ່ໜັກແໜ້ນ, ນໍາໃຊ້ຮັບໃຊ້ ພັກ, ຮັບໃຊ້ປະເທດຊາດ ແລະ ຮັບໃຊ້ປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ; ອັນພົ້ນເດັ່ນໄດ້ນໍາພາເຊື່ອມຊຶມເອກະສານບັ້ນດໍາເນີນຊີວິດການເມືອງ ແລະ ປົວແປງພັກທົ່ວກໍາລັງ ປກສ ປະຈໍາປີ 2021, ເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆທີ່ສໍາຄັນຂອງພັກ-ຂອງຊາດ.

ປັດຈຸບັນ, ອົງຄະນະພັກກະຊວງປະກອບມີ 13 ອົງຄະນະພັກ, 2 ຄະນະພັກຮາກຖານ ແລະ 1 ໜ່ວຍພັກຂຶ້ນກັບ, ມີຮາກຖານພັກທັງໝົດ 303 ຮາກ ຖານ, ບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ກົມກອງອ້ອມຂ້າງກະຊວງ 89 ສະຫາຍ, ອະນຸມັດສ້າງຕັ້ງຮາກຖານພັກໃໝ່ 10 ຫົວໜ່ວຍ, ມີຮາກຖານພັກໄດ້ຮັບນາມມະຍົດໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ 193 ຫົວໜ່ວຍ, ເຊິ່ງໄດ້ຮັບຄໍາຮ້ອງຟ້ອງ, ຮ້ອງທຸກຂໍຄວາມເປັນທໍາ 34 ເລື່ອງ, ແກ້ໄຂໄດ້ 19 ເລື່ອງ ເນື້້ອໃນຮ້ອງຟ້ອງສ່ວນຫຼາຍແມ່ນການປະຕິບັດໜ້າທີ່ເກີນຂອບເຂດ, ການດໍາເນີນຄະດີບໍ່ຖືກຕ້ອງຕາມລະບຽບກົດໝາຍອື່ນໆ.

ນອກນັ້ນ, ຄະນະພັກກະຊວງ ຍັງໄດ້ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຕາມຄໍາສັ່ງ ເລກທີ 27/ນຍ, ຄໍາສັ່ງເລກທີ 22/ຄລສພ, ຄໍາສັ່ງເລກ ທີ 15/ນຍ ແລະ ຄໍາສັ່ງເລກທີ 1470/ປກສ ໃນຂອບເຂດທົ່ວປະເທດ ສາມາດ ເລີກຮື້ເປົ້າໝາຍອາຊະຍາກໍາຕ່າງໆທີ່ສ້າງຄວາມບໍ່ສະຫງົບໃນສັງຄົມ ເຮັດໃຫ້ຫາງສຽງຕໍານິວິຈານຕໍ່ກໍາລັງ ປກສ ໃຫ້ຫຼຸດ ໜ້ອຍຖອຍລົງ ແລະ ສັງຄົມມີຄວາມ ສະຫງົບປອດໄພໂດຍພື້ນຖານ; ໃນໄລຍະ 6 ເດືອນ ມີຄະດີອາຍາເກີດຂຶ້ນທັງໝົດ 2.686 ເລື່ອງ, ສາມາດແກ້ໄຂໄດ້ 2.377 ເລື່ອງ, ຄະດີຢາເສບຕິດ 1.662 ເລື່ອງ, ອຸບັດຕິເຫດ 2.944 ຄັ້ງ ແລະ ອັກຄີໄພ 103 ຄັ້ງ; ນອກນັ້ນ, ຍັງໄດ້ນໍາພາ- ຊີ້ນໍາວຽກງານອື່ນໆ.

ໃນທິດທາງ ແລະ ແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2022 ຄະນະພັກກະຊວງ ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນວຽກກົກໃນການກໍ່ສ້າງປັບປຸງພັກ ໂດຍຢຶດໝັ້ນຕາມ 5 ຫຼັກການ ແລະ 3 ທິດຂອງພັກ; ຄົ້ນຄວ້າປຶກສາຫາລື ແລະ ປັບປຸງລະບົບການຈັດຕັ້ງວຽກ ງານຄຸ້ມຄອງກໍາລັງພົນທົ່ວກໍາລັງໃຫ້ກະທັດຮັດ ແລະ ວຽກງານອື່ນໆໃຫ້ສໍາເລັດຕາມລະດັບຄາດໝາຍ.