ພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດຊຸດຝຶກອົບຮົມວຽກງານວິຊາສະເພາະ ຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພັທ ແສງດາວ ໄຊໂກສີ ຮອງພະແນກຕຳຫຼວດຈະລາຈອນ ປກສ ແຂວງ, ມີຄະນະພະແນກ, ກອງ, ຄູຝຶກ ແລະ ກຳລັງວິຊາສະເພາະພາຍໃນພະແນກ ຕະຫຼອດຮອດນັກສຳມະນາກອນ 50 ກວ່າສະຫາຍ ເຂົ້າຮ່ວມ.

ພັທ ແສງດາວ ໄຊໂກສີ ຊຸດຝຶກການຝຶກອົບຮົມວຽກງານວິຊາສະເພາະຄັ້ງນີ້ ແມ່ນໄດ້ດຳເນີນໃນວັນທີ 21-24 ມີຖຸນາ 2022 ເພື່ອຍົກສູງວຽກງານວິຊາສະເພາະຈະລາຈອນທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ເຊັ່ນ:

ວຽກງານກວດກາການສັນຈອນ ແລະ ວຽກງານໂຄສະນາການລະບາຍການສັນຈອນຢູ່ຕາມເສັ້ນທາງເລກ 9 ເຂດບ້ານດົງນາຄຳ ແລະ ຢູ່ 4 ແຍກຄາຊິໂນ ນະຄອນໄກສອນພົມວິຫານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ, ການຈັດຕັ້ງ ແລະ ມີຄວາມເຂັ້ມແຂງທາງດ້ານວຽກງານວິຊາສະເພາະ ທັງເຮັດໃຫ້ພະນັກງານວິຊາສະເພາະເຂົ້າໃຈຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ສັງຄົມສູງຂຶ້ນ.

ເອກະສານທີ່ນຳມາຝຶກອົບຮົມໃນຄັ້ງນີ້ ປະກອບມີ:

  • ເອກະສານການໂຄສະນາປູກຈິດສຳນຶກຄວາມປອດໄພທາງຖະໜົນ
  • ເອກະສານຄຸ້ມຄອງປົກປັກຮັກສາ ແລະ ການຕິດປ້າຍທະບຽນພະຫະນະ
  • ເອກະສານວ່າດ້ວຍ ວຽກງານຕຳຫຼວດຈະລາຈອນ, ວຽກງານລະບາຍການສັນຈອນ, ການສັນຍານຈະລາຈອນ, ການກວດກາການສັນຈອນຕາມເສັ້ນທາງຫຼວງ, ການກວດກາເອກະສານຕ່າງໆ ແລະ ກວດກາຍານພະຫະນະແບບຕັ້ງຈຸດ-ຕັ້ງດ່ານກວດກາ
  • ເອກະສານການສືບສວນ-ສອບສວນດຳເນີນແກ້ໄຂຄະດີອຸບັດຕິເຫດ
  • ເອກະສານປ້ອງກັນເປີດທາງ
  • ເອກະສານແນະນຳກ່ຽວກັບ ການຈັດພິມເອກະສານທາງການ
  • ເອກະສານວ່າດ້ວຍ ກົດລະບຽບຂອງກຳລັງຕຳຫຼວດຈະລາຈອນ