ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ປິດຝຶກອົບຮົມວຽກງານພັກ-ພະນັກງານ ແລະ ວຽກງານການເມືອງ ໄລຍະສັ້ນ ຊຸດທີ I ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ສະຫາຍ ພົຈວ ນິລະວົງ ເຈືອງຕະວະລາດ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ມີຄະນະພັກກົມ, ຫ້ອງ, ພະແນກ ເຂົ້າ ຮ່ວມ.

ສະຫາຍ ພົຈວ ນິລະວົງ ເຈືອງຕະວະລາດ ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້, ເພື່ອຍົກສູງບົດບາດການນຳພາ ແລະ ເປັນກຳລັງແຮງສູ້ຮົບຂອງພັກ ເຮັດໃຫ້ວຽກງານພັກ-ພະນັກງານ-ວຽກງານການເມືອງສອດຫ້ອຍຢູ່ໃນທຸກຂົງເຂດວຽກງານ ເພື່ອເຮັດໃຫ້ຄະນະພັກກົມ, ຫ້ອງ ແລະ ສູນ ເປັນເສນາທິການຜູ້ຮັບຜິດຊອບວຽກງານພັກຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານຄຸ້ມຄອງພັກ, ວຽກງານພະນັກງານ ໂດຍສະເພາະກຳແໜ້ນສຳນວນເອກະສານຂອງສະມາຊິກພັກ, ກຳແໜ້ນທາງດ້ານຈຳນວນ ແລະ ຄຸນນະພາບຂອງສະມາຊິກພັກ, ແນໃສ່ຈັດຕັ້ງຜັນຂະຫຍາຍກົດລະບຽບຂອງພັກ ກໍຄືມະຕິ, ຄຳສັ່ງ ແລະ ເອກະສານຕ່າງໆ.

ການຝຶກອົບຮົມຄັ້ງນີ້, ມີສຳມະນາກອນທັງໝົດ 39 ສະຫາຍ ຍິງ 6 ສະຫາຍ, ສຳມະນາກອນໄດ້ຮຽນຮູ້ກ່ຽວເອກະສານອົງການການເມືອງ ແລະ ຜູ້ຮັບຜິດຊອບວຽກງານການເມືອງໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ຝຶກຝົນຫຼ່ໍຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ລະບຽບວິໄນ ແລະ ການນຳພາຂອງພັກປະຊາຊົນປະຕິວັດລາວ ຕໍ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ຂອງພັກ, ຍົກສູງຄຸນນະພາບການນໍາພາຮອບດ້ານຂອງການຈັດຕັ້ງຮາກຖານພັກ, ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່, ເພີ່ມ ທະວີວຽກງານການຄຸ້ມຄອງລະບຽບການຍົກຍ້າຍຮ່ວມຊິວິດພັກ, ປ້ອງກັນພັກໃນໄລຍະໃໝ່, ການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງກ່ຽວກັບວຽກງານພັກ-ພະນັກງານໃນກຳລັງປ້ອງກັນຄວາມສະຫງົບ.