ໃນທ້າຍອາທິດຜ່ານມາ, ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າມີ ພັອ ສຸກພະຈັນ ສີລາເພັດ ຫົວ ໜ້າ ໍກອງບັນຊາການ ປກສ ແຂວງຈຳປາສັກ, ມີບັນດາຫ້ອງ, ກອງບັນຊາກນ ປກສ ເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ກຳລັງວິຊາສະ ເພາະພາຍໃນຫ້ອງພະລາທິການເຂົ້າຮ່ວມ.

ພົຈວ ໜູຈອນ ກ້ອນທອງດຳ ກ່າວວ່າ: ການລົງເຄື່ອນໄຫວຊີ້ນຳວຽກງານຢູ່ກອງບັນຊາການ ປກສ ແຂວງຈຳປາສັກ ໃນຄັ້ງນີ້, ເພື່ອເປັນການຊຸກຍູ້-ປັບປຸງວຽກງານວິຊາສະເພາະເຮັດໃຫ້ວຽກງານພະລາທິການ ມີບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ເປັນເອກະພາບກັນໃນທົ່ວປະເທດ ເວົ້າລວມ, ເວົ້າສະເພາະແມ່ນທົ່ວ ປກສ ແຂວງຈໍາປາສັກ ເປັນຕົ້ນແມ່ນການຄຸ້ມຄອງ, ຕິດຕາມ, ກວດກາ, ການເກັບລາຍຮັບ, ຄ່າທຳນຽມຕ່າງໆຕ້ອງມີຄວາມຖືກຕ້ອງໂປ່ງໃສ ແລະ ສ້າງພະລາທິການກັບທີ່ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ນອກນັ້ນ, ຍັງໄດ້ເຜີຍແຜ່ບັນດານິຕິກຳຕ່າງໆເປັນຕົ້ນແມ່ນຂໍ້ຕົກລົງ 3519/ປກສ ວ່າດ້ວຍວຽກງານພະລາທິການປ້ອງກັນຄວາມສະຫງົບ, ຄຳສັ່ງເລກທີ 2146/ປກສ ວ່າດ້ວຍການສ້າງພະລາທິການກັບທີ່ຕາມທິດເພິ່ງຕົນເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຄຳສັ່ງເລກທີ 418/ປກສ ວ່າດ້ວຍການຄຸ້ມຄອງ ແລະ ຈັດເກັບລາຍຮັບວິຊາການຜ່ານປະຕູດຽວຂອງກຳລັງປ້ອງກັນຄວາມສະຫງົບ ແລະ ລັດຖະບັນຍັດຂອງປະທານປະເທດ ສປປ ລາວ ເລກທີ 002 ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ.