ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງຢ້ຽມຢາມຊຸກຍູ້ການພັດທະນາ ແລະ ການຜະລິດ ຢູ່ 5 ຈຸດໃນ 2 ເມືອງ (ນວ) ຄື: ເມືອງຫາດຊາຍຟອງ ແລະ ເມືອງໄຊທານີ ໃນວັນທີ 29 ມິຖຸນານີ້, ເຊິ່ງມີທ່ານ ອານຸພາບ ຕຸລາລົມ ເລຂາຄະນະພັກ ນວ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງານເງິນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ແລະ ບັນດາທ່ານ ຮອງລັດຖະມົນຕີກະຊວງກ່ຽວຂ້ອງ ເຂົ້າຮ່ວມຄະນະ.

ທ່ານ ທອງລຸນ ສີສຸລິດ ໄດ້ເດີນທາງໄປຢ້ຽມຢາມ ແລະ ຊຸກຍູ້ການຜະລິດ ທີ່ສວນໝາກພ້າວນໍ້າຫອມ ຂອງທ່ານ ສົມພອນ ຂຸນນະເສນ ປະທານກຸ່ມການຜະລິດກະສິກຳເປັນສິນຄ້າ ກຸ່ມ 6 ທ່າພະ ເມືອງຫາດຊາຍຟອງ.

ໃນໂອກາດນີ້, ທ່ານ ບຸນລອດ ຄຳດີ ຮອງປະທານກຸ່ມການຜະລິດກະສິກໍາເປັນສິນຄ້າ ກຸ່ມ 6 ທ່າພະ ກໍໄດ້ລາຍງານວ່າ: ປັດຈຸບັນ, ກຸ່ມການຜະລິດ ມີສະມາຊິກ 142 ຄອບຄົວ ຊຶ່ງກິດຈະກຳສະເພາະ ແມ່ນໄດ້ລ້ຽງງົວລາດພື້ນບ້ານ 50 ໂຕ, ປຸກໝາກພ້າວນໍ້າຫອມ ໃນດິນ 2 ຕອນ, ມີເນື້ອທີ່ 4,5 ເຮັກຕ້າ, ປູກແລ້ວ ມີຈໍານວນ 1.200 ຕົ້ນ, ປູກເຂົ້ານາປີ ເປັນພັນເຂົ້າໜຽວທ່າດອກຄໍາ 8 ສໍາເລັດແລ້ວ ຈຳນວນ 180 ໄລ່ ແລະ ຍັງຈະໄດ້ປູກຕື່ມອີກໃນເນື້ອທີ 30 ໄລ່. ນອກນີ້, ທ່ານ ຍັງໄດ້ລາຍງານເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມທັງມີຂໍ້ສະເໜີໃຫ້ທາງຂັ້ນເທິງພິຈາລະນາຊ່ວຍເຫຼືອ ເປັນຕົ້ນ ແມ່ນແຫຼ່ງທຶນກູ້ຢືມດອກເບ້ຍຕໍ່າ ເພື່ອເປັນທຶນໃນການດໍາເນີນງານຂອງສະຫະກອນ ເພື່ອພັດທະນາສະຫະກອນໃຫ້ຂະຫຍາຍຕົວຂຶ້ນເລື້ອຍໆ ແລະ ອື່ນໆ. ໂອກາດດຽວກັນ, ທ່ານ ປະທານປະເທດ ກໍໄດ້ກ່າວຊົມເຊີຍ ແລະ ໃຫ້ກຳລັງໃຈ ສະມາຊິກກຸ່ມ 6 ທ່າພະ, ພ້ອມທັງຊີ້ນໍາໃຫ້ພາກລັດ ກໍຄືພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຊຸກຍູ້ໃຫ້ການຊ່ວຍເຫຼືອໃນດ້ານຕ່າງໆ ເປັນຕົ້ນ ວິຊາການ ແລະ ອື່ນໆ. ພ້ອມນີ້, ທ່ານ ປະທານປະເທດ ກໍໄດ້ກ່າວຈະມອບຂອງຂວັນ ເປັນຄອມພິມເຕີ ຈຳນວນ 3 ຊຸດ ໃຫ້ແກ່ສະຫະກອນກຸ່ມການຜະລິດກະສິກຳເປັນສິນຄ້າ ອີກດ້ວຍ.

ຈາກນັ້ນ, ທ່ານ ປະທານປະເທດ ກໍໄດ້ໄປຢ້ຽມຢຍາມ ແລະ ຊຸກຍູ້ການຜະລິດ ທີ່ໂຮງງານຜະລິດໝາກຖົ່ວດາວອິນຄາ ຂອງບໍລິສັດ ໄໝສະຫວັນ ທີ່ບ້ານສາລາຄຳ ເມືອງຫາດຊາຍຟອງ. ທ່ານ ນາງ ວິລະວົງ ອິນທິສານ ຕາງໜ້າບໍລິສັດ ລາຍງານວ່າ: ຜົນງານການປະຕິບັດໃນປີຜ່ານມາ ໄດ້ຜະລິດຖົ່ວດາວອິນຄາ ຈຳນວນ 128 ໂຕນ ແລະ ສົ້ມພໍດີ 20,5 ໂຕນ, ເກັບຊື້ຈາກປະຊາຊົນ 105 ໂຕນ, ໄດ້ສົ່ງອອກຜະລິດຕະພັນ 17 ຄັ້ງ ລວມ 91,14 ໂຕນ ແລະ ຍັງສົ່ງອອກນໍ້າມັນຖົ່ວດາວ ອິນຄາ 10.000 ລິດ, ລວມມູນຄ່າ 539.282 ໂດລາ ແລະ ຂາຍພາຍໃນ 715.100.000 ກີບ. ນອກນີ້, ກໍໄດ້ລາຍງານໃຫ້ຮູ້ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທັງໄດ້ມີຂໍ້ສະເໜີ ເປັນຕົ້ນ ແມ່ນໃຫ້ຂັ້ນເທິງພິຈາລະນາຊ່ວຍເຫຼືອໃຫ້ບໍລິສັດ ໄດ້ເຂົ້າຮ່ວມໂຄງ ການສົ່ງເສີມ ຫຼື ຮັບຊື້ຜົນຜະລິດກະສິກຳ ໃນໂຄງການການຄ້າເສລີລາວ-ຈີນ. ພ້ອມທັງສະເໜີໃຫ້ຂັ້ນເທິງຊ່ວຍແກ້ໄຂດ້ານບັນຫາການຂົນສົ່ງ ເພື່ອສົ່ງອອກສິນຄ້າສູ່ຕະຫຼາດສາກົນ. ໄລຍະຜ່ານມາ, ບໍລິສັດ ໄດ້ສົ່ງຜະລິດຕະພັນສິນຄ້າ ເປັນຕົ້ນຜະລິດຕະພັນຈາກຖົ່ວດາວອິນຄາ, ພິກໄທ, ສົ້ມພໍດີ, ກ້ວຍຕາກ, ຊາໃບມອນ, ຊາຂຽວ, ຊາສິງໄຄ ແລະ ຊາສະໝຸນໄພອື່ນໆ ອອກໄປຫຼາຍປະເທດເຊັ່ນ: ຝຣັ່ງ, ອີຕາລີ, ອາເມຣິກາ, ໄຕ້ຫວັນ (ຈີນ), ມາເລ ເຊຍ, ໄທ …. ໂອກາດນີ້, ທ່ານ ປະທານປະເທດ ກໍໄດ້ກ່າວໃຫ້ກຳລັງໃຈ ແລະ ສະແດງຄວາມຊົມເຊີຍ ທີ່ບໍລິສັດ ໄດ້ນໍາຜົນຜະລິດກະສິກຳ ເຂົ້າມາຜະ ລິດເປັນສິນຄ້າທີ່ມີຄຸນນະພາບ ໄດ້ມາດຕະຖານ ແລະ ສາມາດສົ່ງອອກຂາຍຕ່າງປະເທດໄດ້. ພ້ອມນີ້, ທ່ານ ຍັງເນັ້ນໃຫ້ພາກລັດ ກໍຄືຂະແໜງກ່ຽວ ຂ້ອງພິຈາລະນາ ແກ້ໄຂອຳນວຍຄວາມສະດວກດ້ານຕ່າງໆ ຕາມຄວາມຖືກຕ້ອງ ເໝາະສົມ ເພື່ອເປັນການຊຸກຍູ້ການຜະລິດ ແລະ ສົ່ງເສີມການສົ່ງ ອອກສິນຄ້າທີ່ເປັນຜະລິດຕະພັນຂອງລາວເຮົາ.

ໃນການຢ້ຽມຢາມ ຊຸກຍູ້ການພັດທະນາ ແລະ ການຜະລິດໃນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ຢ້ຽມຢາມ ດ່ານສາກົນ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ, ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຈິສຕິກພາດ ຈຳກັດ ແລະ ຄະນະຕ້ອນຮັບຢູ່ທີ່ນີ້ ກໍໄດ້ພ້ອມກັນລາຍງານເຖິງຄວາມເປັນມາ ແລະ ການຈັດຕັ້ງປະຕິບັດວຽກງານ ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຜົນປະໂຫຍດທາງກົງ ແລະ ທາງອ້ອມ ທີ່ປະເທດຊາດຈະໄດ້ຮັບ ເປັນຕົ້ນ ສະຖິຕິ 5 ເດືອນຕົ້ນປີ 2022 ໃນການບໍລິການ ຜ່ານແດນທາງລົດໄຟ ຊຶ່ງໄດ້ບໍລິການໃຫ້ແກ່ລົດຂົນສົ່ງ 50.857 ຖ້ຽວຄັນ, ບໍລິການຕູ້ສິນຄ້າລົດໄຟ 13.987 ຕູ້, ບໍລິມາດຕູ້ສິນຄ້າທັງໝົດຄິດເປັນຫົວໜ່ວຍ 20 ຟຸດ ແມ່ນ 42.591 TEU (Twenty foot Equivalent Unit), ເກັບພັນທະຕູ້ສິນຄ້າຜ່ານແດນເຂົ້າງົບປະມານໄດ້ 8.076.700.000 ກີບ ແລະ ຜົນການຈັດເກັບລາຍຮັບເຂົ້າງົບປະມານ (ພາສີອາກອນ ແລະ ຕາມລັດຖະບັນຍັດ 002/ປທ ນັບແຕ່ຕົ້ນປີຮອດວັນທີ 19/6/2022 ປະຕິບັດໄດ້ 1.010.209.396.598 ກີບ ເທົ່າກັບ 38,08% ຂອງແຜນການປີ.

ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ເນັ້ນວ່າ: ໃຫ້ພາກລັດຖະບານ ກໍຄືຂະແໜງກ່ຽວຂ້ອງ ສົມທົບກັບບໍລິສັດ ຄົ້ນຄວ້າ, ວິໄຈ ເພື່ອສ້າງນິຕິກໍາກ່ຽວກັບໂລຈິສຕິກ ແນໃສ່ເຮັດໃຫ້ການຄຸ້ມຄອງເຂດໂລຈິສຕິກ ມີປະສິດທິພາບ ແລະ ປະສິດຕິຜົນ; ໃຫ້ສົມທົບກັນຄົ້ນຄວ້າ ສ້າງກົນໄກການຄຸ້ມ ຄອງ ແລະ ຈັດເກັບງົບປະມານ ທີ່ກ່ຽວຂ້ອງກັບກິດຈະກໍາຕ່າງໆ ດ່ານສາກົນແຫ່ງນີ້ ໃຫ້ເປັນກົນໄກທີ່ລວມສູນ; ໃຫ້ພາກສ່ວນກ່ຽວຂ້ອງຄົ້ນຄວ້າກ່ຽວກັບຫຼັດການ, ວິທີການຄຸ້ມຄອງ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ, ສິ່ງທີ່ຄວນເຮັດ ເພື່ອສ້າງນິຕິກໍາຄຸ້ມຄອງກ່ຽວກັບການຄ້າຊາຍແດນ. ນອກນີ້, ຍັງໃຫ້ພ້ອມກັນຄົ້ນຄວ້າ, ປະສານງານ ໃນການຫາລືກ່ຽວກັບການເຊື່ອມຈອດທາງລົດໄຟ ເພື່ອແກ້ໄຂບັນຫາການຂົນສົ່ງສິນຄ້າໃຫ້ໄດ້ດີກວ່າເກົ່າ ເພື່ອຮອງຮັບກັບການເກັບສິນຄ້າ, ຂົນສົ່ງສິນຄ້າ ໃນຕໍ່ໜ້າທີ່ຈະມີການພົວພັນກັບຫຼາຍປະເທດໃຫ້ໄດ້ດີ, ມີຄຸນນະພາບ, ໄດ້ປະສິດທິພາບ ແລະ ປະສິດທິຜົນ, ສ້າງປະໂຫຍດອັນໃຫຍ່ຫຼວງມາສູ່ປະເທດຊາດ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານ ປະທານປະເທດ ກໍໄດ້ເດີນທາງໄປຢ້ຽມຊົມ ໂຄງການກໍ່ສ້າງ ພິພິທະພັນ ສິລະປະລາວສະໄໝໃໝ່ ຂອງທ່ານ ພິສິດ ໄຊຍະທິດ ທີ່ເມືອງໄຊທານີ ແລະ ຍັງໄປຢ້ຽມຢາມຊຸກຍູ້ການຜະລິດ ທີ່ສວນໝາກໄມ້ຂອງ ທ່ານ ມາມົ້ວ ຢູ່ບ້ານດວງບຸດດີ ເມືອງໄຊນານີ ນວ.

(ຂ່າວ-ພາບ: ສຸກສະຫວັນ)