ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ປະທານຄະນະສະຫະພັນລັດຖະສະພາສາກົນ (IPU) ຂອງສະພາແຫ່ງຊາດ ແຫ່ງ ສປປລາວ ກ່າວຊົມເຊີຍວັນລັດຖະສະພາສາກົນ ໃນວັນທີ 30 ມິຖຸນາ 2022 ທີ່ສະພາແຫ່ງຊາດລາວ.

ໃນນາມ ປະທານສະພາແຫ່ງຊາດ ແລະ ປະທານຄະນະສະຫະພັນລັດຖະສະພາສາກົນ (IPU) ຂອງສະພາແຫ່ງຊາດ ແຫ່ງ ສປປລາວ, ຂ້າພະເຈົ້າ ຂໍສະແດງຄວາມອວຍພອນ ແລະ ຊົມເຊີຍວັນລັດຖະສະພາສາກົນ ເຊິ່ງເປັນວັນທີ່ມີຄວາມໝາຍສໍາຄັນ ຂອງລະບົບລັດຖະສະພາໃນທົ່ວໂລກ ແລະ ເປັນວັນດຽວກັນກັບການສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ວັນທີ 30 ມີຖຸນາ 1889. ມາຮອດປັດຈຸບັນ ຄົບຮອບ 133 ປີ. ສະຫະພັນລັດຖະສະພາສາກົນ (IPU) ມີລັດຖະສະພາທີ່ເປັນສະມາຊິກທັງໝົດ 178 ປະເທດ ແລະ 14 ອົງການສະມາຊິກທີ່ເປັນພາຄີ.

ວັນລັດຖະສະພາສາກົນ ໄດ້ຖືກຮັບຮອງເອົາ ໃນກອງປະຊຸມສະຫະພັນລັດຖະສະພາສາກົນ ຄັ້ງທີ 129 ທີ່ນະຄອນເຈເນວາ, ປະເທດສະວິດເຊີແລນ ໃນປີ 2018 ໂດຍໄດ້ກໍານົດເອົາ ວັນທີ 30 ມິຖຸນາ ຂອງທຸກໆປີ ເປັນວັນສະເຫຼີມສະຫຼອງວັນລັດຖະສະພາສາກົນ ຂອງທຸກປະເທດສະມາຊິກໃນທົ່ວໂລກ.

ອົງການສະຫະພັນລັດຖະສະພາສາກົນ (IPU) ແມ່ນອົງການລະດັບໂລກຂອງລັດຖະສະພາຈາກປະເທດຕ່າງໆ ໂດຍມີຈຸດປະສົງ ເພື່ອສ້າງເປັນເວທີສົ່ງເສີມການຕິດຕໍ່ພົວພັນ, ການປະສານງານ ແລະ ການແລກປ່ຽນປະ ສົບການລະຫວ່າງລັດຖະສະພາ ແລະ ສະມາຊິກລັດຖະສະພາທຸກປະເທດໃນໂລກ; ພິຈາລະນາບັນຫາສໍາຄັນຂອງໂລກ, ສົ່ງເສີມການປົກຄອງດ້ວຍລະບຽບກົດໝາຍ, ສົ່ງເສີມບົດບາດຍິງ-ຊາຍ ແລະ ສະມາຊິກລັດຖະສະພາໜຸ່ມ, ສົ່ງເສີມສັນຕິພາບ, ມິດຕະພາບ ປະຊາທິປະໄຕ ແລະ ການພັດທະນາແບບຍືນຍົງ.

ສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ເຂົ້າເປັນສະມາຊິກສະຫະພັນລັດຖະສະພາສາກົນໃນວັນທີ 4 ເມສາ 1990. ຈາກນັ້ນມາ, ສະພາແຫ່ງຊາດ ແຫ່ງ ສປປລາວ ໄດ້ຕັ້ງໜ້າເຂົ້າຮ່ວມເຄື່ອນໄຫວຢ່າງຫ້າວຫັນ ໃນກອງປະຊຸມໃຫຍ່ ແລະ ກອງປະຊຸມລະດັບຕ່າງໆຂອງສະຫະພັນລັດຖະສະພາສາກົນ, ເຊິ່ງເປັນການເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ປະກອບສ່ວນອັນສຳຄັນເຂົ້າໃນການສົ່ງເສີມສັນຕິພາບ, ມິດຕະພາບສະຖຽນລະພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ.

ທ້າຍນີ້, ຂ້າພະເຈົ້າ ຂໍອວຍພອນວັນລັດຖະສະພາສາກົນນີ້ ຈົ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນວັນແຫ່ງການຊຸກຍູ້ສົ່ງເສີມບົດບາດຂອງລັດຖະສະພາໃນທົ່ວໂລກ ໂດຍສະເພາະ ສະພາແຫ່ງຊາດ ແຫ່ງ ສປປລາວ ໃຫ້ມີຄວາມເຂັ້ມແຂງ ແລະ ສົມກັບເປັນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ຢ່າງແທ້ຈິງ. ອວຍພອນແດ່ບັນດາທ່ານ ສະມາຊິກສະພາແຫ່ງຊາດ ຈົ່ງມີສຸກຂະພາບເຂັ້ມແຂງ, ມີຄວາມສຸກໃນຄອບຄົວ ແລະຊີວິດສ່ວນຕົວ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງບັນດາທ່ານ.