ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີປາຖະກະຖາປີສາມັກຄີມິດຕະພາບລາວ-ຫວຽດນາມ ຄົບຮອບ 45 ປີ ( 18 ກໍລະກົດ 1977-18 ກໍລະກົດ 2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962 -5 ກັນຍາ 2022 ) ໃນອາທິດ ຜ່ານມາ, ປາຖະກະຖາໂດຍ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ກອງ, ຄ້າຍ, ລປພ, ປກສ 5 ເມືອງ, ປກສ ເຂດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.

ພົຈວ ສົມໄຊ ຈັນທະວົງ ໄດ້ຍົກໃຫ້ເຫັນວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ເຊິ່ງເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດລາວ ແລະ ຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາຂອງສອງປະເທດຊາດໃນປັດຈຸບັນ.

ຄຽງຄູ່ກັນນັ້ນ, ຍັງໃຫ້ຮູ້ເຖິງສະພາບແວດລ້ອມແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ສ້າງການຫັນປ່ຽນທາງທັດສະນະຄວາມຮູ້, ແນວຄິດ ແລະ ການກະທຳແນໃສ່ສົ່ງເສີມດ້ານດີ, ແກ້ໄຂບັນຫາບົກ ຜ່ອງ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ເກີດຂຶ້ນໃນໄລຍະຜ່ານມາ, ສ້າງຄວາມເຊື່ອໝັ້ນຂອງພະນັກງານປະຊາຊົນ ຕໍ່ສາຍພົວພັນແບບພິເສດຂອງສອງຊາດ ລາວ-ຫວຽດນາມ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາໃຫ້ໄປຕາມທິດທີ່ໄດ້ກຳນົດໄວ້ຢ່າງໜັກແໜ້ນ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ລາວ-ຫວຽດນາມ, ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດໄວ້ໃຫ້ໝັ້ນຄົງຍາວນານ; ທັງເປັນເຈົ້າການຖະນຸຖະ ໜອມເພີ່ມພູນຄູນສ້າງມູນເຊື້ອດັ່ງກ່າວໃຫ້ຈະເລີນງອກງາມຍິ່ງໆຂຶ້ນໄປ.