ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະທີ 1 ຂອງກອງບັນຊາການ ປກສ ເມືອງຫຼາ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2022, ເປັນປະທານໂດຍ ພັທ ສຸລີ ດວງພອນໄຊ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງຫຼາ, ໂດຍມີ ພັທ ດວງຈັນ ໄຊວຸດ ຮອງຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ມີຄະນະບັນຊາກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແຂກຮັບເຊີນອ້ອມຂ້າງເມືອງ ແລະ ພະນັກງານ-ນັກຮົບ ໃນທົ່ວກຳລັງ ປກສ ເມືອງ ເຂົ້າຮ່ວມ.

ພັທ ບຸນທັນ ແກ້ວມະນີ ຮອງຫົວໜ້າກອງບັນຊາການ ໄດ້ສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະທີ 1 (ແຕ່ເດືອນກັນຍາ 2021-ເດືອນມີ ນາ 2022) ວ່າ:

ຄະນະຮັບຜິດຊອບແຕ່ລະຂັ້ນ ໄດ້ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດແຕ່ລະໜ້າວຽກຢ່າງເປັນລະບົບ; ໃນນັ້ນ, ໄດ້ເລັ່ງໃສ່ລົງໂຄສະນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ຢູ່ບັນດາອົງການຈັດຕັ້ງອ້ອມຂ້າງເມືອງ ໄດ້ຈຳນວນ 3 ຄັ້ງ, ມີຜູ້ເຂົ້າຮ່ວມ 513 ຄົນ ຍິງ 230 ຄົນ, ຢູ່ຂັ້ນບ້ານ 45 ບ້ານ, ມີຜູ້ເຂົ້າຮ່ວມທັງໝົດ 2.743 ຄົນ ຍິງ 1.201 ຄົນ.

ນອກນັ້ນ, ໄດ້ເຄື່ອນໄຫວເກັບກຳ ແລະ ກັກຕົວເປົ້າໝາຍຄ້າ-ຂາຍຢາເສຍຕິດ, ຜູ້ຖືກຫາ 25 ຄົນ ຍິງ 3 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 4.173 ເມັດ, ຢາຝິ່ນ 13 ກ້ອນນ້ອຍ ແລະ ບັ້ງເສບຢາບ້າ 11 ບັ້ງ.

ຈາກນັ້ນ, ໃນກອງປະຊຸມກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຕໍ່ຜົນໄດ້ຮັບຂອງ ການຈັດຕັ້ງປະຕິບັດໄລຍະຜ່ານມາ, ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນສືບຕໍ່ປັບປຸງໃຫ້ໜັກແໜ້ນເຂັ້ມງວດກວ່າເກົ່າ.

ພັທ ດວງຈັນ ໄຊວຸດ

ຕອນທ້າຍກອງປະຊຸມ, ພັທ ດວງຈັນ ໄຊວຸດ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ ພ້ອມດ້ວຍຄະນະຮັບຜິດຊອບທຸກພາກສ່ວນ ສືບຕໍ່ເອົາໃຈໃສ່  ສຶກສາອົບຮົມການເມືອງແນວຄິດໃຫ້ເລິກເຊິ່ງ, ສຸມໃສ່ໂຄສະນາປຸກລະດົມທົ່ວປວງຊົນເຂົ້າຮ່ວມ, ປະຕິບັດວາລະດັ່ງກ່າວຢ່າງຕັ້ງໜ້າ, ເກັບກຳເປົ້າໝາຍທີ່ເຄື່ອນໄຫວກໍ່ການກະທຳຜິດໃຫ້ເຂັ້ມງວດ, ເພີ່ມທະວີວຽກງານປະສານສົມທົບຫຼາຍພາກສ່ວນ ເພື່ອເຮັດໜ້າທີ່ສະກັດກັ້ນບັນຫາຢາເສບຕິດຢູ່ພາຍໃນເມືອງຫຼາ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.