ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ຕິດຕາມການເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ບ້ານນາເກືອ ກຸ່ມວຽງພັນ ເມືອງຊໍາໃຕ້. ຈາກນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ຂຶ້ນເປົ້າໝາຍ ແລະ ຈັບຕົວພ້ອມຢາບ້າ 500 ກວ່າເມັດ.

ເຈົ້າໜ້າທີ່ ໃຫ້ຂໍ້ມູນວ່າ:

ຜ່ານການຕິດຕາມເປົ້າໝາຍຢາເສບຕິດ, ມາຮອດຕອນເຊົ້າເວລາ 10 ໂມງ ຂອງວັນທີ 24 ມີຖຸນາ 2022 ໄດ້ແຕ່ງຕັ້ງກໍາລັງລົງໄປສົມທົບກັບ ອົງການປົກຄອງບ້ານ ເພື່ອເຂົ້າໄປກວດຄົ້ນເຮືອນດັ່ງກ່າວ ເຊິ່ງເປັນເຮືອນຂອງ ທ້າວ ປໍລີ ອາຍຸ 36 ປີ ປະຊາຊົນຢູ່ບ້ານນາເກືອ.

ຜ່ານການກວດຄົ້ນຂອງເຈົ້າໜ້າທີ່ ໄດ້ພົບເຫັນຂອງກາງປະເພດຢາບ້າ ຈໍານວນ 533 ເມັດ, ເຮໂຣອິນ 18 ແປັບ ກັບ 1 ຫໍ່ນ້ອຍ, ລູກປືນຍິງຄອນກີດ 61 ລູກ ແລະ ປືນແກັບ 3 ກະບອກ ທີ່ຊຸກເຊື່ອໄວ້ຢູ່ພາຍໃນຫ້ອງນອນຂອງຜູ້ກ່ຽວ; ສະນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ຈັບຕົວພ້ອມທັງຂອງກາງ ມາສືບສວນ-ສອບສວນຫາຂໍ້ມູນທີ່ໄປທີ່ມາຂອງຈໍານວນຂອງກາງດັ່ງກ່າວ.

ຈາກການສອບສວນຂັ້ນເບື້ອງຕົ້ນ, ຜູ້ຖືກຫາໄດ້ຮັບສາລະພາບວ່າ: ຂອງກາງຈຳນວນດັ່ງກ່າວ ແມ່ນຂອງຜູ່ກ່ຽວແທ້ ເຊິ່ງໄດ້ຊື້ນໍາບຸກຄົນທີ່ບໍ່ຮູ້ຊື່ ເພື່ອມາເສບ ແລະ ຈໍາໜ່າຍ. ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ຈຶ່ງໄດ້ນໍາສົ່ງຕົວຜູ້ກ່ຽວ ພ້ອມຂອງກາງຈຳນວນດັ່ງກ່າວ ໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ດໍາເນີນຄະດີ ເພື່ອສືບສວນຫາກຸ່ມແກ້ງຮ່ວມຂະບວນການ ມາດໍາເນີນຄະດີຕາມລະບຽບກົດໝາຍ.